ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ:
ວິວັດການຫັນບັນດາສິ່ງທີ່ບໍ່ສາມາດເຮັດໄດ້ກາຍເປັນສິ່ງທີ່ອາດສາມາດເຮັດໄດ້
ທ່ານ Clement ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມສາກົນ, ຍາມໃດກໍ່ເປີດເຜີຍໃນການຮ່ວມມື ແລະສວມບົດບາດຢ່າງຕັ້ງໜ້າໃນວິວັດການສັນຕິພາບສາກົນ.
    |
 |
ທ່ານ Clement Ngu, ນັກຂ່າວໜັງສືພິມ Nikkei Asia ຢູ່ ອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນວິວັດຂະບວນການ 80 ປີແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະສ້າງສາປະເທດຊາດ, ຫວຽດນາມ ໄດ້ຫັນບັນດາສິ່ງທີ່ບໍ່ສາມາດເຮັດໄດ້ກາຍເປັນສິ່ງທີ່ສາມາດເຮັດໄດ້ ເມື່ອຍາມໃດກໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກຂອງປະເທດຊາດ. ນີ້ແມ່ນການແບ່ງປັນຂອງທ່ານ Clement Ngu, ນັກຂ່າວ Nikkei Asia (ອັງກິດ) ທີ່ການແລກປ່ຽນຫວ່າງແລ້ວນີ້ກັບນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ (2/9/1945 - 2/9/2025).
ທ່ານ Clement ຖືວ່າ ໃນຕະຫຼອດໄລຍະ 80 ປີຜ່ານມາ, ຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຢັ້ງຢືນການເຕີບໂຕດ້ານເສດຖະກິດຢ່າງຕໍ່ເນື່ອງໃນຊຸມປີ 1980, 1990, 2000, 2010 ແລະ ປີ 2020. ລະດັບການເຕີບໂຕນີ້ຍັງສືບຕໍ່ມາຮອດປັດຈຸບັນ. ລັດຖະບານຫວຽດນາມ ວາງເປົ້າໝາຍນຳ GDP ບັນລຸກວ່າ 8% ໃນປີນີ້ ແລະເພີ່ມຂຶ້ນສອງຕົວເລກໃນປີຕໍ່ໄປ. ກ່ຽວກັບທາງດ້ານທູດ, ຫວຽດນາມ ກໍ່ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມດ້ວຍທິດນຳທີ່ວ່າເປັນມິດກັບທຸກປະເທດ. ທ່ານ Clement ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມສາກົນ, ຍາມໃດກໍ່ເປີດເຜີຍໃນການຮ່ວມມື ແລະສວມບົດບາດຢ່າງຕັ້ງໜ້າໃນວິວັດການສັນຕິພາບສາກົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ