ເຊື່ອມຕໍ່, ໂຄສະນາ ແລະຍົກສູງມູນຄ່າຜະລິດຕະພັນກະເສດ ຫວຽດນາມ
ງານຕະຫຼາດນັດມີການເຂົ້າຮ່ວມຂອງວິສາຫະກິດເກືອບ 60 ແຫ່ງທີ່ມາຈາກ 17 ແຂວງ, ນະຄອນໃນທົ່ວປະເທດ, ດ້ວຍບັນດາຮ້ານວາງສະແດງ, ໂຄສະນາຜະລິດຕະພັນກະເສດ, ສິນພິເສດຂອງເຂດພາກເກືອບ 1000 ຊະນິດ.
    |
 |
ຮ້ານວາງສະແດງຈະຂາຍຜະລິດຕະພັນ OCOP ຂອງ 17 ແຂວງ, ນະຄອນ. ພາບ: VOV |
ນັບແຕ່ວັນທີ 21 – 24 ສິງຫາ, ຢູ່ສູນການຄ້າ AEON MALL ລອງບຽນ, ຮ່າໂນ້ຍ ໄດ້ຈັດງານຕະຫຼາດນັດສົ່ງເສີມການຄ້າກະສິກຳ, ຜະລິດຕະພັນ OCOP 2025. ນີ້ແມ່ນເຫດການປະຈຳປີ ໂດຍຄະນະກຳມະການປະຊາຊົນນະນອນຮ່າໂນ້ຍ ຊີ້ນຳຈັດຕັ້ງເພື່ອແນໃສ່ໂຄສະນາ, ເຊື່ອມຕໍ່ ແລະຍົກສູງມູນຄ່າບັນດາຜະລິດຕະພັນກະສິກຳ, ພິເສດແມ່ນບັນດາຜະລິດຕະພັນທີ່ບັນລຸມາດຖານຕາມໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP). ງານຕະຫຼາດນັດມີການເຂົ້າຮ່ວມຂອງວິສາຫະກິດເກືອບ 60 ແຫ່ງທີ່ມາຈາກ 17 ແຂວງ, ນະຄອນໃນທົ່ວປະເທດ, ດ້ວຍບັນດາຮ້ານວາງສະແດງ, ໂຄສະນາຜະລິດຕະພັນກະເສດ, ສິນພິເສດຂອງເຂດພາກເກືອບ 1000 ຊະນິດ. ບັນດາຜະລິດຕະພັນເຂົ້າຮ່ວມງານຕະຫຼາດນັດລ້ວນແຕ່ໄດ້ຮັບການຄັດເລືອກຢ່າງລະອຽດ, ຮັບປະກັນມາດຖານກ່ຽວກັບຄຸນນະພາບ, ສຸຂະອານາໄມດ້ານສະບຽງອາຫານ ແລະ ຕິດພັນກັບບັນດາຄຸນຄ່າວັດທະນະທຳ, ມູນເຊື້ອຂອງແຕ່ລະທ້ອງຖິ່ນ.
ແຫຼ່ງຄັດຈາກ vovworld.vn