ຕອນຄ່ຳວັນທີ 16 ສິງຫາ, ຢູ່ສະໜາມກິລາຮ່າງເດີ໊າ (ຮ່າໂນ້ຍ), ຄະນະຊາວໜຸ່ມຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ພົບປະນັກອາສາສະໝັກຮັບໃຊ້ໃນບັນດາກິດຈະກຳສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາປະສົບຜົນສຳເລັດ (19-8-1945 / 19-8-2025) ແລະວັນຊາດຫວຽດນາມ (2-9-1945 / 2-9-2025) ນັກອາສາສະໝັກ 8.800 ຄົນທີ່ມາຈາກ 43 ມະຫາວິທະຍາໄລ, ວິທະຍາໄລ ແລະບັນດາຕາແສງໃນບໍລິເວນທ້ອງຖິ່ນເຂົ້າຮ່ວມລາຍການ.

leftcenterrightdel
ຄະນະຊາວໜຸ່ມຮ່າໂນ້ຍ ມອບເຄື່ອງແບບໃຫ້ນັກອາສາສະໝັກ. ພາບ: vov.vn

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາຄະນະຊາວໜຸ່ມນະຄອນ, ປະທານສະມາຄົມນັກສຶກສານະຄອນຮ່າໂນ້ຍ ຫງວຽນຕ໊ຽນຮຶງ ປາດຖະໜາວ່າ ບັນດາສະມາຊິກຊາວໜຸ່ມ ແລະຊາວໜຸ່ມຈະເຊີດຊູຈິດໃຈອາສາສະໝັກ ແລະປະກອບສ່ວນເຂົ້າໃນຜົນສຳເລັດຂອງງານບຸນໃຫຍ່.

ທີ່ລາຍການ, ຄະນະຊາວໜຸ່ມຮ່າໂນ້ຍ ໄດ້ມອບເຄື່ອງແບບ, ຄື: ເສື້ອ, ໝວກ, ບັດອາສາສະໝັກ ແລະອື່ນໆ; ຈັດຕັ້ງການຝຶກອົບຮົມອາສາສະໝັກກ່ຽວກັບການສະໜັບສະໜູນຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍ, ການຮັບປະກັນສຸຂະພາບສິ່ງແວດລ້ອມ, ທິດທາງອົບພະຍົບ, ຍ້າຍຜູ້ຖືກເຄາະຮ້າຍ, ການສຸກເສີນເບື້ອງຕ້ົນ; ບັນດາການໃສ່ໃຈເມື່ອປະຕິບັດໜ້າທີ່, ມີລະບຽບການ ແລະຮັບປະກັນຄວາມປອດໄພ.

ໂດຍ: ໄຊນີດາ