ການຮ່ວມມືຜັນຂະຫຍາຍຮູບແບບເຂດອຸດສາຫະກຳນິເວດ ຢູ່ຫວຽດນາມ
ກປ.ອອນໄລ - ວັນທີ 16 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ກຸ່ມບໍລິສັດ Becamex ແລະ ອົງການການເງິນສາກົນ (IFC) - ສະມາຊິກຂອງກຸ່ມທະນາຄານໂລກ (World Bank Group) ໄດ້ລົງນາມໃນເອກະສານຮ່ວມມືສ້າງສັນພື້ນຖານ ESG ໃຫ້ແກ່ອຸດສາຫະກຳແບບຍືນຍົງ ຢູ່ນະຄອນ ໂຮ່ຈີມິນ.
ຮູບແບບເຂດອຸດສາຫະກໍານິເວດ ແມ່ນສ່ວນໜຶ່ງທີ່ສໍາຄັນ ໃນຍຸດທະສາດພັດທະນາເຂດອຸດສາຫະກໍາລຸ້ນໃໝ່ຂອງກຸ່ມບໍລິສັດ Becamex. ຕາມນັ້ນແລ້ວ, ສອງຝ່າຍຈະຮ່ວມມືຜັນຂະຫຍາຍໂຄງການຕີລາຄາເຂດອຸດສາຫະກຳນິເວດ (EIP) ຢູ່ເຂດອຸດສາຫະກຳ ແລະ ຕົວເມືອງແຫ່ງຕ່າງໆຂອງ ຫວຽດນາມ. ຜ່ານໂຄງການປະເມີນຜົນ ແລະ ຢັ້ງຢືນເຂດອຸດສາຫະກຳນິເວດທົ່ວໂລກ, IFC ຈະໜູນຊ່ວຍກຸ່ມບໍລິສັດ Becamex ຜັນຂະຫຍາຍການປະເມີນຜົນເບື້ອງຕົ້ນໃຫ້ແກ່ 5 ເຂດອຸດສາຫະກໍາ ໂດຍ Becamex ແລະຮ່ວມທຸລະກິດເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP) ປະຕິບັດ, ຕາມການຢັ້ງຢືນ EIP ສາກົນ.
    |
 |
ບັນຍາກາດທີ່ພິທີ. ພາບ: qdnd.vn |
ຜົນການປະເມີນຜົນ ຈະຊ່ວຍໃຫ້ກໍານົດຈຸດດີ, ກາລະໂອກາດໃນການປັບປຸງທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ສິ່ງແວດລ້ອມ, ສັງຄົມ (ມາດຕະຖານ ESG) ແລະເສດຖະກິດ, ເປັນພື້ນຖານໃຫ້ການວາງແຜນການດ້ານເຕັກນິກ, ການດໍາເນີນງານ ແລະລະດົມການລົງທຶນ. ການຮ່ວມມືຄັ້ງນີ້ສ້າງພື້ນຖານມຸ່ງໄປເຖິງໂຄງການຫັນປ່ຽນການເຄື່ອນໄຫວສີຂຽວ, ການເຊື່ອມຕໍ່ພະລັງງານທົດແທນ, ການໝູນວຽນຂອງຊັບພະຍາກອນ; ການລວບລວມພື້ນຖານໂຄງລ່າງດີຈີຕອນ, ຕິດຕາມກວດກາການປ່ອຍອາຍພິດຢ່າງເຂັ້ມງວດ; ການເຂົ້າເຖິງແຫຼ່ງທຶນສີຂຽວຈາກ IFC ແລະອົງການພັດທະນາສາກົນ...
    |
 |
ພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງຝ່າຍ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຫງວຽນວັນຢຸງ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຕີລາຄາສູງການຮ່ວມມືຂອງສອງຝ່າຍ, ແມ່ນບາດກ້າວທີ່ມີຄວາມໝາຍເພື່ອສ້າງເງື່ອນໄຂເພື່ອໃຫ້ດຶງດູດແຫຼ່ງກຳລັງປະກອບສ່ວນເຂົ້າໃນການຫັນການສ້າງສູນການເງິນສາກົນ ແລະລະບົບນິເວດອຸດສາຫະກຳ-ຕົວເມືອງສີຂຽວ, ຍືນຍົງຂອງນະຄອນ ໃຫ້ປະກົດຜົນເປັນຕິງ. ສອງຝ່າຍຕ້ອງສືບຕໍ່ຄົ້ນຄວ້າບັນດາໂຄງການ, ຜະລິດຕະພັນຢູ່ນອກເຂດອຸດສາຫະກຳໃຫ້ແກ່ສະພາບແວດລ້ອມສີຂຽວ, ນໍາຮູບແບບທົດລອງໃຫ້ກາຍເປັນມາດຕະການແກ້ໄຂລວມແກ່ລະບົບນິເວດອຸດສາຫະກຳ - ຕົວເມືອງ ຂອງນະຄອນໂຮ່ຈີມິນ.
ໂດຍ: ທູຈາງ