leftcenterrightdel
ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ. ພາບ: ຟ້າມຢຽບ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (AMM 58) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງພາຍຫຼັງໄດ້ເຮັດວຽກມາເປັນເວລາ 3 ວັນ (ຄືແຕ່ວັນທີ 8-11 ກໍລະກົດປີ 2025) ຢູ່ ມາເລເຊຍ. ກອງປະຊຸມໄດ້ປະສົບຜົນສຳເລັດອັນດີງາມໃນ 3 ດ້ານ, ຄື: ປັບປຸງຄວາມສາມັກຄີພາຍໃນກຸ່ມ, ເຮັດໃຫ້ການຮ່ວມມືກັບບັນດາຄູ່ຮ່ວມມືເລິກເຊິ່ງກ່ວາອີກ ແລະຍົກສູງບົດບາດຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະທົ່ວໂລກ. ແບ່ງປັນກ່ຽວກັບໝາກຜົນຂອງກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

ຂີດໝາຍສຳຄັນທຳອິດແມ່ນການຢັ້ງຢືນຢ່າງແຮງກ່ຽວກັບຄຸນຄ່າຖາວອນຂອງນ້ຳໃຈສາມັກຄີອາຊຽນ. ຄວາມສາມັກຄີບໍ່ພຽງແຕ່ແມ່ນການສືບທອດມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນກຳລັງແຮງອັນແທດຈິງ ແລະເຂັມຊີ້ທິດພາທາງໃຫ້ອາຊຽນ ຜ່ານຜ່າທຸກຄວາມແຕກໂຕນ, ຮັບມືກັບບັນດາສິ່ງທ້າທາຍ ແລະມີຄວາມໝັ້ນຄົງຕໍ່ຄວາມຫຍຸ້ງຍາກ.

ກ່ຽວກັບການເຂົ້າຮ່ວມ ແລະປະກອບສ່ວນຂອງຫວຽດນາມ ຢູ່ບັນດາກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຢືນຢັນວ່າ: ການກຳນົດທິດໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄດ້ແບ່ງປັນຢູ່ບັນດາກອງປະຊຸມທັງໄດ້ຕິດແທດກັບຄວາມຮຽກຮ້ອງຕົວຈິງ ແລະຄວາມສົນໃຈລວມຂອງພາກພື້ນທັງໄດ້ຕິດພັນ ແລະໜູນຊ່ວຍບັນດາເປົ້າໝາຍພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ຄື: ການເຕີບໂຕເສດຖະກິດ, ການຫັນການພົວພັນດ້ານການຄ້າການລົງທຶນ ແລະລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ເປີດກ້ວາງຕະຫຼາດ, ພັດທະນາວິທະຍາສາດເຕັກໂນໂລຊີ ແລະນະວັດຕະກຳ.

ແຫຼ່ງຄັດຈາກ: vovworld.vn