leftcenterrightdel
ສະຖານທີ່ດຳເນີນກອງປະຊຸມ. ພາບ: ດາມແທັງ

ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC ປີ 2025 (ABAC3) ແລະກອງປະຊຸມສົ່ງເສີມການລົງທຶນນະຄອນດ້ວຍຫົວຂໍ້ “ຫ໋າຍຝ່ອງ - ສະຖານທີ່ຍຸດທະສາດຂອງສັງກາດໃໝ່” ໄດ້ໄຂຂຶ້ນໃນວັນທີ 15 ກໍລະກົດ ຢູ່ນະຄອນ ຫ໋າຍຝ່ອງ.

ກອງປະຊຸມ ABAC 3 ໄດ້ດຳເນີນແຕ່ວັນທີ 15 – 18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1000 ທ່ານ (ໃນນັ້ນມີຜູ້ແທນສາກົນປະມານ 250 ທ່ານ) ທີ່ມາຈາກ 21 ພື້ນຖານເສດຖະກິດ APEC, ການນຳບັນດາກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງການເງິນ, ສູນຄົ້ນຄວ້າ - ນະວັດຕະກຳສາກົນ… ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະການລົງທຶນຈຸດສຸມຂອງພາກພື້ນ ອາຊີ - ປາຊີຟິກ. ໃນຂອບເຂດເຫດການກໍ່ດຳເນີນຫຼາຍການເຄື່ອນໄຫວ, ຊ່ວຍບັນດານັກລົງທຶນມີຄວາມເຂົ້າໃຈຫຼາຍກວ່າອີກກ່ຽວກັບຄວາມສາມາດບົ່ມຊ້ອນ ແລະການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫ໋າຍຝ່ອງ… ທ່ານ ຫງວຽນກ໋ວາງຝຸກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນອົງຄະນະພັກນະຄອນຫ໋າຍຝ່ອງ ຢັ້ງຢືນວ່າ:

ຫ໋າຍຝ່ອງ ແມ່ນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນ, ດ້ວຍພື້ນທີ່, ຂອບຂະໜາດດ້ານເສດຖະກິດ ແລະພິເສດແມ່ນຄວາມເຂັ້ມແຂງ, ຂ້ຽວຂາດ, ຂະຫຍັນຂັນເຄື່ອນຂອງຖັນແຖນການນຳ ແລະພະນັກງານນະຄອນ. ເຫດການນີ້ກໍ່ແມ່ນເຫດການໃຫຍ່ທີ່ສຸດ, ດຶງດູດຫຼາຍນັກລົງທຶນ, ນັກເສດຖະກິດ ແລະຈະຜັນຂະຫຍາຍບາງການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະພັດທະນານະຄອນຄືດັ່ງຄວາມຫວັງ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ