ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງ ວິທະຍາສາດ ແລະເຕັກໂນໂລຊີ ທີ່ກອງປະຊຸມສະຫຼຸບວຽກງານວິທະຍາ ສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນ 6 ເດືອນຕົ້ນປີ 2025 ໂດຍກະຊວງວິທະຍາສາດ ແລະເຕັກໂນໂລຊີ ຈັດຕັ້ງໃນຕອນເຊົ້າ ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ.

leftcenterrightdel
ພາບປະກອບ: chinhphu.vn

6 ເດືອນທ້າຍປີ 2025, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ກໍານົດວ່ານີ້ ແມ່ນເວລາສໍາຄັນ, ມີຄວາມໝາຍຕັດສິນຕໍ່ການປະຕິບັດສໍາເລັດແຜນການ 5 ປີ 2021-2025 ຢ່າງມີໄຊ. ບັນດາໜ້າທີ່ຈຸດສຸມ, ລວມມີ: ຍື່ນສະເໜີລັດ ຖະບານສ້າງ ແລະປັບປຸງຮ່າງກົດໝາຍ: ກົດໝາຍວ່າດ້ວຍ ການຫັນເປັນດີຈີຕອນ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍເຕັກໂນໂລຊີສູງ, ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ; ສືບຕໍ່ປັບປຸງລະບົບຖານຂໍ້ມູນຂະແໜງການ, ຊຸກຍູ້ການຜັນຂະຫຍາຍແຜນຮ່າງຫັນລະບົບຄວາມຮູ້ຫວຽດນາມ ເປັນດີຈີຕອນ ໄລຍະໃໝ່...

ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ ເນັ້ນໜັກວ່າ: “ວິທະຍາສາດເຕັກໂນໂລຊີຕ້ອງມຸ່ງໄປເຖິງໝາກຜົນສຸດທ້າຍແມ່ນຍົກສູງກຳລັງແກ່ງແຍ້ງ, ເຕີບໂຕເສດຖະກິດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ນະວັດຕະກໍາແມ່ນເສັ້ນທາງເພື່ອໃຫ້ຫວຽດນາມນໍາວິທະຍາສາດເຕັກໂນໂລຊີເຂົ້າໃນຊີວິດ. ການນຳໃຊ້ເຕັກໂນໂລຊີ, ປ່ຽນແປງໃໝ່ເຕັກໂນໂລຊີ, ການຖ່າຍທອດເຕັກໂນໂລຊີ, ຍົກສູງປະສິດທິພາບການນໍາໃຊ້ເຕັກໂນໂລຊີ, ການດັດແປງເຕັກໂນໂລຊີ ແລະກ້າວໄປສູ່ການປະດິດສ້າງເຕັກໂນໂລຊີ ແມ່ນເສັ້ນທາງທີ່ນໍາໃຊ້ເຕັກໂນໂລຊີ ເພື່ອເພີ່ມສະມັດຕະພາບແຮງງານ. ແຕ່ລະກະຊວງ, ແຕ່ລະທ້ອງຖິ່ນຕ້ອງມີສູນນະວັດຕະກໍາ. ຂະແໜງຂອງພວກເຮົາ ໄດ້ຮັບໜ້າທີ່ກັບລັດຖະບານ ແລະປະເທດ ແມ່ນຈະປະກອບ 5% ເຂົ້າໃນການເຕີບໂຕ. ຖ້າຫວຽດນາມ ເຕີບໂຕ 10%, ຂະແໜງວິທະຍາສາດ, ເຕັກໂນໂລຊີຕ້ອງແມ່ນ 5%. ໃນນັ້ນ, ວິທະຍາສາດເຕັກໂນໂລຊີແມ່ນ 1%, ການຫັນເປັນດີຈີຕອນແຕ່ 1 ຫາ 1,5% ແລະນະວັດຕະກຳ ແມ່ນ 3%”.

ໂດຍ: ໄຊຊະນະ