ເວທີປາໄສປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ ຄັ້ງທີ 6: ຂົວເຊື່ອມຕໍ່ພູມປັນຍາ, ນະໂຍບາຍ, ການພັດທະນາ
ກປ.ອອນໄລ - ດ້ວຍຫົວຂໍ້ວ່າ “ປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກປະກອບສ່ວນພ້ອມກັບປະເທດກ້າວເຂົ້າສູ່ສັງກາດໃໝ່”, ເວທີປາໄສປັນຍາຊົນໜຸ່ມຫວຽດນາມ ທ່ົວໂລກ ຄັ້ງທີ 6 ໄດ້ຮັບການຈັດຕັ້ງແຕ່ວັນທີ 19 ຫາວັນທີ 21 ກໍລະກົດ ຢູ່ຮ່າໂນ້ຍ.
ເວທີປາໄສປີນີ້ໄດ້ຮັບຄວາມສົນໃຈຈາກບັນດາອົງການຈັດຕັ້ງ ແລະປັນຍາຊົນໜຸ່ມຊາວຫວຽດນາມ ເປັນຈຳນວນຫຼວງຫຼາຍໃນທົ່ວໂລກ, ລວມມີ ຜູ້ແທນກວ່າ 500 ຄົນເຂົ້າຮ່ວມໂດຍກົງ ຫຼືຜ່ານທາງອອນລາຍ ແລະນັກວິທະຍາສາດທີ່ມີຊື່ສຽງສູງ 15 ຄົນເຂົ້າຮ່ວມສະພາໃຫ້ຄໍາປຶກສາ.
    |
 |
ກອງປະຊຸມຂ່າວ ກ່ອນທີ່ຈະດໍາເນີນເວທີປາໄສປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ ຄັ້ງທີ 6 ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ນອກຈາກຫົວຂໍ້ລວມແລ້ວ, ບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສ ຈະສຸມໃສ່ປຶກສາຫາລື 4 ກຸ່ມເນື້ອໃນລະອຽດ, ຄື: ການໝູນໃຊ້ປັນຍາປະດິດ (AI) ແລະບັນດາເຕັກໂນໂລຢີໃໝ່ເພື່ອຍົກສູງສະມັດຕະພາບການແຮງງານ; ເລີ່ມດໍາເນີນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງຕິດພັນກັບເສດຖະກິດສີຂຽວ ແລະການພັດທະນາແບບຍືນຍົງ; ການປັບຕົວໃຫ້ເໝາະສົມແບບຍືນຍົງຕໍ່ກັບສິ່ງທ້າທາຍຂອງຍຸກແຫ່ງການຫັນປ່ຽນທ່ົວໂລກ; ພັດທະນາພື້ນຖານວັດທະນະທຳ ແລະການສຶກສາໃນຍຸກໃໝ່. ບັນດາຂໍ້ລິເລີ່ມ, ມາດຕະການແກ້ໄຂບຸກທະລຸໂດຍປັນຍາຊົນໜຸ່ມປະກອບ, ສະເໜີທີ່ເວທີປາໄສຈະຖືກສັງລວມ ເພື່ອສົ່ງໃຫ້ບັນດາອົງການ, ການນຳຂອງພັກ ແລະລັດ.
ເວທີປາໄສໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສົມທົບກັບກະຊວງວິທະຍາສາດ ແລະເຕັກໂນໂລຢີ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສະພາມະຫາບັນດິດວິທະຍາສາດເຕັກໂນໂລຢີຫວຽດນາມ, ມະຫາວິທະຍາໄລ Vin ແລະທະນາຄານ Sacombank ຈັດຕັ້ງກອງປະຊຸມຂ່າວ.
ໂດຍ: ທູຈາງ