ຫົວໜ້າຜູ້ຕາງໜ້າ UNFPA: ປັບປຸງລັດຖະດຳລັດວ່າດ້ວຍປະຊາກອນແມ່ນບາດລ້ຽວໃຫຍ່ກ່ຽວກັບການຊຸກຍູ້ສິດທິມະນຸດຂອງ ຫວຽດນາມ
ກປ.ອອນໄລ - ຫົວຂໍ້ນີ້ມີຄວາມໝາຍພິເສດ ໃນສະພາບທີ່ ຫວຽດນາມ ພວມກ້າວເຂົ້າໄລຍະລະດັບການເກີດຕ່ຳ ແລະ ພົນລະເມືອງເຖົ້າແກ່ໄວ.
ວັນທີ 11 ກໍລະກົດ ແມ່ນວັນປະຊາກອນໂລກ. ວັນປະຊາກອນໂລກປີນີ້ມີຫົວຂໍ້ “ສິດຕັດສິນດ້ວຍຕົນເອງກ່ຽວກັບການເກີດລູກໃນໂລກທີ່ພວມມີການປ່ຽນແປງ” ດ້ວຍຄວາມໝາຍວ່າ ຖືມະນຸດເປັນໃຈກາງຂອງທຸກນະໂຍບາຍ ແລະແຜນການປະຊາກອນ.
    |
 |
ທ່ານ Matt Jackson, ຫົວໜ້າຜູ້ຕາງໜ້າຂອງກອງທຶນສຳລັບປະຊາກອນຂອງສະຫະປະຊາຊາດ (UNFPA) ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ Matt Jackson, ຫົວໜ້າຜູ້ຕາງໜ້າຂອງກອງທຶນສຳລັບປະຊາກອນຂອງສະຫະປະຊາຊາດ (UNFPA) ປະຈຳ ຫວຽດນາມ ແລ້ວ, ຫົວຂໍ້ນີ້ມີຄວາມໝາຍພິເສດໃນສະພາບທີ່ ຫວຽດນາມ ພວມກ້າວເຂົ້າໄລຍະລະດັບການເກີດຕ່ຳ ແລະພົນລະເມືອງເຖົ້າແກ່ໄວ.
ເດືອນ ມິຖຸນາ 2025, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາລັດຖະດຳລັດວ່າດ້ວຍການປັບປຸງ, ເພີ່ມເຕີມມາດຕາ 10 ຂອງລັດຖະດຳລັດວ່າດ້ວຍປະຊາກອນ, ໃນນັ້ນໄດ້ກຳນົດໃໝ່ກ່ຽວກັບເລື່ອງບັນດາຄູ່ຜົວເມຍ, ສ່ວນບຸກຄົນມີສິດຕັດສິນເວລາເກີດລູກ, ຈຳນວນ ແລະໄລຍະຫ່າງໃນການເກີດລູກແຕ່ລະເທື່ອ. ທ່ານ Matt Jackson ຢືນຢັນວ່າ UNFPA ສະໜັບສະໜູນຂໍ້ກຳນົດໃໝ່ດັ່ງກ່າວ.
“ຫວຽດນາມ ບັນລຸໄດ້ຫຼາຍຜົນງານພໍສົມຄວນໃນວຽກງານປະຊາກອນ, ພິເສດແມ່ນໃນການຊຸກຍູ້ສິດເກີດລູກ ແລະມອບສິດໃຫ້ແກ່ປະຊາຊົນໃນການກຳນົດການດຳລົງຊີວິດຂອງຕົນ. ສິ່ງດັ່ງກ່າວໝາຍຄວາມວ່າ ໄດ້ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ສາມາດຕັດສິນໃຈເກີດລູກດ້ວຍຕົນເອງຢ່າງເສລີ, ມີຄວາມຮູ້ຄວາມເຂົ້າໃຈ ແລະ ບໍ່ຖືກຄວາມກົດດັນ, ການຈຳແນກການປະພຶດ. ຄວາມເສລີໃນການເກີດລູກໝາຍຄວາມວ່າແມ່ນຮັບປະກັນສິດ ແລະການເລືອກຂອງທຸກຄົນ”.
ໂດຍ: ກວຽດເຕິມ