leftcenterrightdel
ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປຫວຽດນາມ.  ພາບ: vov.vn

ຫວ່ງແລ້ວນີ້, ໃນຂອບເຂດກອງປະຊຸມຄັ້ງທີ 47 ຄະນະກຳມະການມໍລະດົກໂລກຂອງອົງການສຶກສາວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ຄະນະກຳມະການມໍລະກົດໂລກໄດ້ເຫັນດີຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກໂລກພະລາຊະວັງ ທັງລອງ.

ທ້າຍເດືອນ ກໍລະກົດ ນີ້, ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ, ເພື່ອຕີລາຄາບັນດາຄວາມມານະພະຍາຍາມຜັນຂະຫຍາຍຂອງ ຫວຽດນາມ, ໃຫ້ຄຳປຶກສາກະກຽມສຳເນົາເອກະສານວິທະຍາສາດ ເພື່ອຍື່ນສະເໜີບົດລາຍງານສະພາບຕົວຈິງຂອງເຂດອະນຸລັກຮັກສາມໍລະດົກພະລາຊະວັງ ທັງລອງ, ສະເໜີຍຸດທະສາດກໍ່ສ້າງວັງ ກິງທຽນ ແລະເຂດຫໍກາງ ກິງທຽນ ກ່ອນວັນທີ 1 ກຸມພາ 2026 ແລະຄະນະກຳມະການມໍລະດົກໂລກຈະພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມຄັ້ງທີ 48 ໃນປີ 2026.

ແຫຼ່ງຄັດຈາກ: vovworld.vn