leftcenterrightdel
ບັນຍາກາດກອງປະຊຸມຄັ້ງທີ 25, ສະພາປະຊາຊົນນະຄອນ ຮ່າໂນ້ຍ. ພາບ: ງວຽນຍຸງ.

ສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮັບຮອງເອົາມະຕິ ວ່າດ້ວຍການປະກາດໃຊ້ບັນຊີລາຍຊື່ບັນດາກິດຈະກຳໃຕ້ດິນ ທີ່ໄດ້ຮັບການສົ່ງເສີມລົງທຶນໃນບໍລິເວນນະຄອນ ຮ່າໂນ້ຍ. ພ້ອມດຽວກັນນັ້ນ, ສະພາປະຊາຊົນນະຄອນ ກໍຮັບຮອງເອົາມະຕິ 2 ສະບັບກ່ຽວກັບວັດທະນະທຳ, ເຊັ່ນ: ມະຕິວ່າດ້ວຍການພັດທະນາເຂດພັດທະນາການຄ້າ ແລະວັດທະນະທຳ; ມະຕິກຳນົດກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງສູນອຸດສາຫະກຳວັດທະນະທຳ.

ທ່ານນາງ ຟຸ່ງທິຮົ່ງຮ່າ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ຮ່າໂນ້ຍ ຊີ້ແຈ້ງວ່າ: “ເລື່ອງຄະນະກຳມະການປະຊາຊົນນະຄອນ ສະເໜີປະກາດໃຊ້ມະຕິ 2 ສະບັບກ່ຽວກັບການພັດທະນາການຄ້າ ແລະວັດທະນະທຳ ແລະມະຕິ ວ່າດ້ວຍສູນອຸດສາຫະກຳວັດທະນະທຳແມ່ນຈຳເປັນທີ່ສຸດເພື່ອໃຫ້ພວກເຮົາ ຫັນກົດໝາຍວ່າດ້ວຍນະຄອນຫຼວງ ເປັນລະອຽດ, ສ້າງບັນດາຮູບແບບບຸກທະລຸ ແລະບັນດາກົນໄກນະໂຍບາຍທີ່ພົ້ນເດັ່ນ ເພື່ອຊຸກຍູ້ຂະແໜງອຸດສາຫະກຳວັດທະນະທຳຫວຽດນາມ”.

ກໍໃນຕອນເຊົ້າວັນທີ 10 ກໍລະກົດ, ສະພາປະຊາຊົນນະຄອນ ໄດ້ຮັບຮອງເອົາມະຕິ ວ່າດ້ວຍການກຳນົດມາດຕະການຫຼຸດຜ່ອນຢາງພລາດສະຕິກໃນບໍລິເວນນະຄອນ ແລະມະຕິວ່າດ້ວຍການກຳນົດມາດຕະການໜູນຊ່ວຍບຸລິມະສິດສຳລັບການເຄື່ອນໄຫວຜະລິດຂີ້ເຫຍື້ອຄືນໃໝ່ທີ່ນຳໃຊ້ເຕັກນິກດີທີ່ສຸດໃນບໍລິເວນນະຄອນ ຮ່າໂນ້ຍ. 

ໂດຍ: ກວຽດເຕິມ