leftcenterrightdel
ບັນຍາກາດຂອງກອງປະຊຸມ. ພາບ: vov.vn

ນີ້ແມ່ນການປະຕິບັດງານຄັ້ງທຳອິດ, ກອງປະຊຸມທຳອິດຂອງທ່ານນາຍົກລັດຖະມົນຕີ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບແຕ່ເມື່ອສັບຊ້ອນຄືນບັນດາແຂວງ, ນະຄອນ ແລະຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ.

ກອງປະຊຸມໄດ້ດຳເນີນເພື່ອຕີລາຄາສະພາບການປະຕິບັດບັນດາເນື້ອໃນສຳຄັນ, ລວມມີ: ການຈັດຕັ້ງເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ສຳຫຼວດກວດຄືນການຜັນຂະຫຍາຍບັນດາໂຄງການຄົມມະນາຄົມ, ພື້ນຖານໂຄງລ່າງສຳຄັນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ; ການຜັນຂະຫຍາຍປະຕິບັດບັນດາແຜນຜັງ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ກອງປະຊຸມ APEC 2027, ລະບົບເສັ້ນທາງຄວາມໄວສູງໃນເຂດ, ພັດທະນາຄົມມະນາຄົມທາງນ້ຳພາຍໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກອງປະຊຸມກໍສຳຫຼວດຄືນການຜັນຂະຫຍາຍແຜນຮ່າງພັດທະນາການປູກເຂົ້ານາ 1 ເຮັກຕາທີ່ມີຄຸນນະພາບສູງ, ການປ່ອຍອາຍພິດກາກບອນຕ່ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາທ້ອງຖິ່ນໃນເຂດມານະພະຍາຍາມສູ້ຊົນ, ປະຕິບັດບັນດາໜ້າທີ່, ມາດຕະການພ້ອມກັບທົ່ວປະເທດປະຕິບັດໃຫ້ບັນລຸເປົ້າໝາຍເຕີບໂຕ 8% ຂຶ້ນໄປໃນປີ 2025, ສ້າງທ່ວງທ່າໃຫ້ແກ່ການເຕີບໂຕບັນລຸ 2 ຕົວເລກໃນຊຸມປີຕໍ່ໄປ.

ໂດຍໄດ້ຊີ້ແຈ້ງບັນດາໝວດໜ້າທີ່, ມາດຕະການແກ້ໄຂກ່ຽວຂ້ອງເຖິງການຜັນຂະຫຍາຍອຳນາດການປົກຄອງ 2 ຂັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນສືບຕໍ່ດຳເນີນຈັດຕັ້ງ, ການເຄື່ອນໄຫວຂອງອຳນາດການປົກຄອງບໍລິຫານ 2 ຂັ້ນ ຮັບປະກັນໃຫ້ລຸລ່ວງ; ແກ້ໄຂບັນດາລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະວິສາຫະກິດ.

ກ່ຽວກັບບັນດາໂຄງການຈຸດສຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຈິດໃຈແມ່ນທົ່ວລະບົບການເມືອງຕ້ອງເຂົ້າຮ່ວມ, ການນຳຕ້ອງກວດກາ, ກະຕຸກຊຸກຍູ້ເປັນປະຈຳ, ອຳນາດການປົກຄອງແກ້ໄຂບັນດາຂໍ້ຕິດຄັດດ້ານນິຕິກຳ; ກະກຽມທຸກເງື່ອນໄຂເພື່ອກໍ່ສ້າງກິດຈະກຳສຳເລັດໃນວັນທີ 19 ທັນວາ 2025.

ກ່ຽວກັບແຜນການເຂົ້າສານ 1 ລ້ານເຮັກຕາ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສ້າງການວາງແຜນທີ່ກ່ຽວຂ້ອງໃຫ້ສຳເລັດໃນໄຕມາດທີ 3 ປີ 2025; ສ້າງເຄື່ອງໝາຍການຄ້າເຂົ້າສານຫວຽດນາມ, ພັດທະນາເຄື່ອງໝາຍການຄ້າໃໝ່ຕື່ມອີກ, ພ້ອມກັບບັນດາເຄື່ອງໝາຍການຄ້າທີ່ມີຢູ່ແລ້ວ ຄື ST25.

ກ່ຽວກັບບາງໂຄງການ, ກິດຈະກຳຈຸດສຸມອື່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກິດຈະກຳຮັບໃຊ້ APEC ຢູ່ຝູກວກ ຕ້ອງກໍ່ສ້າງໄວ, ເໝາະສົມກັບພື້ນຖານວັດທະນະທຳ ແລະທີ່ຕັ້ງ, ບົດບາດຂອງປະເທດຊາດ, ພູມປັນຍາຂອງຊາວຫວຽດນາມ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ