ເວທີປາໄສອຸດສາຫະກຳສີຂຽວ ດ້ວຍຫົວຂໍ້ “ກົມກຽວກັນລະຫວ່າງເປົ້າໝາຍເຕີບໂຕສູງ ແລະການພັດທະນາແບບຍືນຍົງ” ໂດຍ ວາລະສານເສດຖະກິດຫວຽດນາມ - VnEconomy - Vietnam Economic Times ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ກໍລະກົດ ຢູ່ຮ່າໂນ້ຍ. ເວທີປາໄສເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງລັດຖະບານ, ວິສາຫະກິດ, ນັກຊ່ຽວຊານ ແລະບັນດາອົງການສາກົນ ເພື່ອແນໃສ່ຊຸກຍູ້ການຫັນເປັນອຸດສາຫະກຳສີຂຽວຢ່າງແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: vovworld.vn

ເວທີປາໄສຢືນຢັນທັດສະນະວ່າ ຫວຽດນາມ ຕ້ອງມີຍຸດທະສາດພັດທະນາອຸດສາຫະກໍາທັງຮັບປະກັນລະດັບເຕີບໂຕສູງທັງປະຕິບັດບັນດາມາດຖານຄວາມຍືນຍົງນັບມື້ນັບເຂັ້ມງວດກວ່າ. ມາດຕະການບໍ່ແມ່ນການປ່ຽນແທນ ຫາກຍັງແມ່ນຄວາມກົມກຽວກັນດ້ວຍວິທີການນຳໃຊ້ເຕັກໂນໂລຊີສີຂຽວ,  ຫັນການນຳໃຊ້ຊັບພະຍາກອນເປັນດີທີ່ສຸດ, ປ່ຽນແປງໃໝ່ຮູບແບບການຜະລິດ ແລະສ້າງລະບົບເກັບກຳ - ນຳໃຊ້ຄືນສິ່ງເສດເຫຼືອອຸດສາຫະກຳທີ່ມີປະສິດທິຜົນ.

ປະຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດທີ່ມີພື້ນຖານອຸດສາຫະກຳຂຶ້ນກັບກຸ່ມບັນດາປະເທດທີ່ມີກຳລັງແກ່ງແຍ້ງທົ່ວໂລກຢູ່ໃນລະດັບປານກາງສູງ. ຄຽງຂ້າງເປົ້າໝາຍການເຕີບໂຕສີຂຽວມຸ່ງໄປເຖິງ Netzero ໃນປີ 2050, ຫວຽດນາມ ກໍ່ວາງເປົ້າໝາຍເຕີບໂຕ 8% ໃນປີ 2025 ແລະມຸ່ງໄປເຖິງການເຕີບໂຕສອງຕົວເລກໃນຊຸມປີຕໍ່ໜ້າ. ໃນນັ້ນ, ອຸດສາຫະກຳສືບຕໍ່ຖືວ່າ ແມ່ນກຳລັງໜູນເຕີບໂຕຫຼັກຂອງພື້ນຖານເສດຖະກິດ.

ໂດຍ: ຈາງຫງວຽນ