leftcenterrightdel
ແຜນວາດລາຍຮັບຂອງແຮງງານຫວຽດນາມ ໃນໄຕມາດ II ປີ 2025 ທຽບໃສ່ໄລຍະດຽວກັນຂອງປີກ່ອນ, ໄລຍະ  2021-2025. ພາບ: ກົມສະຖິຕິ

ໃນໄຕມາດທີ II ປີ 2025, ກຳລັງແຮງງານມີວຽກເຮັດງານທຳເຮັດວຽກຢູ່ຕົວເມືອງແມ່ນກວ່າ 20 ລ້ານຄົນ, ແຮງງານເຮັດວຽກຢູ່ເຂດຊົນນະບົດກວ່າ 31 ລ້ານຄົນ, ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕະຫຼາດແຮງງານຮັກສາທ່າເຕີບໂຕເປັນປົກກະຕິ ແລະດຸ່ນດ່ຽງພໍສົມຄວນ.

ທ່ານນາງ ຫງວຽນທິແທັງມາຍ, ຮອງພະແນກສະຖິຕິປະຊາກອນ ແລະແຮງງານ, ກົມສະຖິຕິ, ຖືວ່າ ບັນດານະໂຍບາຍສະຫວັດດີການສັງຄົມ ແລະການຄຸ້ມຄອງໜູນຊ່ວຍແຮງງານພວມຄ່ອຍໆເສີມຂະຫຍາຍປະສິດທິພາບ, ປະສິດທິຜົນ. ຈຳນວນແຮງງານໄດ້ຮັບປະກັນລາຍຮັບ, ສະຫວັດດີການ, ປະກັນໄພໄດ້ເປັນຢ່າງດີກວ່າ: “ລາຍຮັບສະເລ່ຍຂອງແຮງງານໃນໄຕມາດທີ II ປີ 2024 ແມ່ນ 7,5 ລ້ານດົ່ງ (300 ໂດລາສະຫະລັດ)  ແຕ່ໄລ່ຮອດໄຕມາດທີ II ປີ 2025 ນີ້ ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 8,2 ລ້ານດົ່ງ (330 ໂດລາສະຫະລັດ), ເພີ່ມຂຶ້ນ 10,7%. ລະດັບການເພີ່ມຂຶ້ນນີ້ໄດ້ປະກົດໃນທຸກຂົງເຂດເສດຖະກິດ-ສັງຄົມໃນທົ່ວປະເທດ ແລະຢູ່ທັງ 3 ຂົງເຂດເສດຖະກິດ: ກະສິກຳ, ປ່າໄມ້ ແລະສິນໃນນ້ຳ; ອຸດສາຫະກຳ, ກໍ່ສ້າງ ແລະການບໍລິການ, ໃນນັ້ນປະທັບໃຈທີ່ສຸດແມ່ນລະດັບການເພີ່ມຂຶ້ນຢູ່ຂົງເຂດການບໍລິການດ້ວຍ 11,7%”.

ແຫຼ່ງຄັດຈາກ: vovworld.vn