ຕາມນັ້ນແລ້ວ, ທະຫານຊາຍແດນນະຄອນເກີນເທີ ໄດ້ປະກາດໃຊ້ມະຕິຫົວເລື່ອງສະເພາະ 2 ສະບັບ, ເອກະສານ 80 ສະບັບ (ລວມມີບົດລາຍງານ, ແຜນການ, ເອກະສານ) ແລະໂທລະເລກລາຍງານ, ຊີ້ນໍາປ້ອງກັນ, ຕ້ານການຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກໍານົດ (IUU) 100 ສະບັບ. ຊາບຊຶມບັນດາເອກະສານ, ຄໍາສັ່ງ, ແຜນການ, ລາຍການຂອງທຸກຂັ້ນຢ່າງເປັນປະຈໍາກ່ຽວກັບການຕໍ່ສູ້, ຕ້ານການຂຸດຄົ້ນ IUU ພະນັກງານ, ນັກຮົບທຸກຖ້ວນໜ້າຢ່າງເປັນປະຈໍາ. ດ້ວຍທັດສະນະຍົກສູງຄວາມຮັບຮູ້, ສະຕິຂອງຊາວປະມົງໃນການປ້ອງກັນ, ຕ້ານການຂຸດຄົ້ນ IUU ໂດຍພື້ນຖານ, ນັບແຕ່ເດືອນ ຕຸລາ 2023 ມາຮອດປະຈຸບັນ, ທະຫານຊາຍແດນ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການໂຄສະນາຢູ່ຈຸດສຸມ 34 ຄັ້ງ ໂດຍກົງມີຜູ້ເຂົ້າຮ່ວມ 2.050 ຄົນ, ພ້ອມກັບການໂຄສະນາຂະໜາດນ້ອຍ 7.459 ເທື່ອຄັ້ງໃຫ້ຊາວປະມົງ 38.240 ເທື່ອຄົນ. ບັນດາອົງການ, ກົມກອງທະຫານຊາຍແດນໄດ້ແຈກໃບປິວ 3.500 ໃບກ່ຽວກັບການກະທໍາລະເມີດການຂຸດຄົ້ນສິນທະເລຜິດກົດໝາຍ ແລະສົ່ງຂໍ້ຄວາມໂດຍກົງເຖິງເຈົ້າຂອງພາຫະນະ, ກັບຕັນ, ຊາວປະມົງ 500 ເທື່ອຄົນ. ໂດຍອີງໃສ່ອັນນັ້ນ, ຄວາມຮັບຮູ້ ແລະສະຕິໃນການປະຕິບັດຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນ IUU ຂອງເຈົ້າຂອງພາຫະນະ, ກັບຕັນ, ຊາວປະມົງຈຶ່ງໄດ້ຍົກສູງຂຶ້ນຢ່າງຈະແຈ້ງ.

leftcenterrightdel
ທະຫານຊາຍແດນນະຄອນເກີນເທີ ໂຄສະນາການປ້ອງກັນ, ຕ້ານ IUU ໃຫ້ຊາວປະມົງ. ພາບ: ຮ້ຽວຮ່າ

ແຕ່ລະອາທິດ, ບັນດາຄ້າຍທະຫານຊາຍແດນລ້ວນແຕ່ໄດ້ກວດກາ, ກວດສອບແຕ່ລະພາຫະນະຢູ່ບໍລິເວນ, ຖ່າຍຮູບທີ່ຕັ້ງສໍາລັບບັນດາພາຫະນະບໍ່ຄົບເງື່ອນໄຂຂຸດຄົ້ນເພື່ອຢຸດຕິກໍລະນີກໍາປັ່ນ, ຊາວປະມົງທີ່ບໍ່ມີເອກະສານຄົບເພື່ອອອກທ່າຂຸດຄົ້ນສິນທະເລຜິດກົດໝາຍ. ວຽກງານສະຖິຕິ, ແບ່ງປະເພດພາຫະນະຕາມລວງຍາວ, ສະຖິຕິພາຫະນະຢູ່ບໍລິເວນການເຄື່ອນໄຫວຢູ່ທ້ອງຖິ່ນອື່ນ ແລະກໍາໄດ້, ຄຸ້ມຄອງບັນດາພາຫະນະທ້ອງຖິ່ນອື່ນທີ່ມາເຄື່ອນໄຫວຢູ່ບໍລິເວນໄດ້ປະຕິບັດຢ່າງເປັນປະຈຳ ແລະມີວິທະຍາສາດ. ກໍາປັ່ນລໍາຕ່າງໆຍາວແຕ່ 15 ແມັດຂຶ້ນໄປກໍ່ໄດ້ຕິດຕາມ, ຕິດຕາມກວດກາຜ່ານລະບົບຕິດຕາມກວດກາການເດີນທາງກໍາປັ່ນຫາປາຢ່າງເປັນປະຈໍາ (VMS); ກວດກາຄືນ, ອັບເດດລາຍຊື່ກໍາປ່ັນຫາປາທີ່ມີຄວາມສ່ຽງລະເມີດເຂດທະເລຕ່າງປະເທດ, ເພີ່ມທະວີມາດຕະການວິຊາການເພື່ອຄຸ້ມຄອງ, ຕິດຕາມກວດກາ. ມາຮອດປະຈຸບັນ, ນະຄອນປະຕິບັດການລົງທະບຽນ ແລະອອກໃບອະນຸຍາດຂຸດຄົ້ນສິນທະເລໃຫ້ກໍາປັ່ນໄດ້ 792/792 ລໍາ, ບັນລຸ 100%. ພິເສດ, ກໍາປັ່ນ 341/341 ລໍາຍາວແຕ່ 15 ແມັດຂຶ້ນໄປແມ່ນໄດ້ຕິດຕັ້ງອຸປະກອນ VMS, ບັນລຸ 100% ຕາມແຜນການ. ກໍາປັ່ນ 792/792 ລໍາທັງໝົດກໍ່ໄດ້ອັບເດດຢ່າງຄົບຖ້ວນກ່ຽວກັບຂໍ້ມູນເຂົ້າພື້ນຖານຂໍ້ມູນອາຊີບຫາປາແຫ່ງຊາດ VNFishbase ແລະອັບເດດ ບັດປະຈໍາຕົວຕິດກັບພື້ນຖານຂໍ້ມູນພົນລະເມືອງ VNeID.

ຢູ່ຕາມເດີ່ນທ່າກຳປັ່ນ, ວຽກງານລົງທະບຽນ, ກວດກາໄດ້ປະຕິບັດຢ່າງເຂັ້ມງວດ. ທະຫານຊາຍແດນໄດ້ກວດກາ, ກວດສອບກໍາປັ່ນຫາປາ 7.459 ເທື່ອລໍາ/ສະມາຊິກກໍາປັ່ນຫາປາ 38.240 ຄົນອອກ - ເຂົ້າທ່າ, ໃນນັ້ນມີກໍາປັ່ນຫາປາມີ 1.688 ເທື່ອລໍາ/ສະມາຊິກກໍາປັ່ນຫາປາແຂວງອື່ນ 9.969 ເທື່ອຄົນ. ເປັນໜ້າສົນໃຈວ່າ, ເລື່ອງລົງທະບຽນອອກ - ເຂົ້າທ່າຜ່ານລະບົບຄຸ້ມຄອງກໍາປັ່ນຫາປາຂອງທະຫານຊາຍແດນແມ່ນບັນລຸ 100%.

leftcenterrightdel
ທະຫານຊາຍແດນນະຄອນເກີນເທີ ມອບທຸງຊາດ, ຮູບລຸງໂຮ່ ແລະສະໂນຊູຊີບໃຫ້ຊາວປະມົງ. ພາບ: ຮ້ຽວຮ່າ

ເຖິງວ່າບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງກໍ່ຕາມ, ແຕ່ວຽກງານຕ້ານການຂຸດຄົ້ນ IUU ຢູ່ນະຄອນເກີນເທີ ຍັງປະເຊີນໜ້າກັບ “ຮົ້ວກີດຂວາງ” ຕ້ອງໄດ້ແກ້ໄຂເພື່ອບັນລຸປະສິດທິຜົນທີ່ສຸດ.

ໃນໄລຍະຜ່ານມາ, ທະຫານຊາຍແດນນະຄອນເກີນເທີ ສືບຕໍ່ເປັນເສນາທິການ, ປະກາດບັນດາມະຕິຫົວເລື່ອງສະເພາະ, ແຜນການຈຸດສູງດ້ວຍເປົ້າໝາຍລະອຽດ, ແບ່ງໜ້າທີ່ວຽກງານໃຫ້ແຕ່ລະອົງການ, ສ່ວນບຸກຄົນ, ຮັບປະກັນໃຫ້ຄົບຊຸດນັບແຕ່ຂັ້ນເທິງຈົນລົງຮອດຂັ້ນລຸ່ມກ່ຽວກັບການປ້ອງກັນ, ຕ້ານ IUU ຢ່າງຈະແຈ້ງ. ສຸມໃສ່ຊີ້ນໍາ, ນໍາພາປະຕິບັດການປ່ຽນແປງໃໝ່ຢ່າງມີປະສິດທິຜົນ ແລະເພີ່ມທະວີວຽກງານໂຄສະນາ, ຫັນຮູບການເປັນຫຼາຍຮູບຫຼາຍແບບ, ສືບຕໍ່ປ່ຽນແປງໃໝ່ຮູບການ, ເນື້ອໃນ, ວິທີການໂຄສະນາ ເພື່ອສອດຄ່ອງກັບແຕ່ລະເປົ້າໝາຍຊາວປະມົງ.

ສ້າງລະບຽບຫຼັກການໃຫ້ສອດຄ່ອງກັບກໍາລັງຈັດຕັ້ງການກວດກາລະຫວ່າງຂະແໜງຢູ່ທ່າປາ ແລະຢູ່ທະເລ, ຕິດຕາມກວດກາການເຄື່ອນໄຫວຂອງກໍາປັ່ນຫາປາທີ່ມີລວງຍາວແຕ່ 15 ແມັດຂຶ້ນໄປຜ່ານລະບົບ VMS. ກວດສອບຢ່າງແໜ້ນແຟ້ນກໍາປັ່ນຫາປາຂະໜາດໜ້ອຍ ແລະກໍາປັ່ນທີ່ບໍ່ຄົບເງື່ອນໄຂ, ສືບຕໍ່ກວດກາຄືນ, ສ້າງສະຖິຕິກໍາປ່ັນຫາປາທັງໝົດ, ພິເສດແມ່ນພາຫະນະນ້ອຍທີ່ມັດໄວ້ຢູ່ຫາດຊາຍກາງ. ຕິດຕາມກວດກາບັນດາເປົ້າໝາຍທີ່ມີຄວາມສ່ຽງໄພສູງ, ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຕິດຕາມ, ຕິດຕາມກວດກາການເຄື່ອນໄຫວຂອງກໍາປັ່ນລໍາຕ່າງໆທີ່ມີຄວາມສ່ຽງໄພສູງໃນການລະເມີດເຂດທະເລຕ່າງປະເທດ.

ຄຽງຂ້າງກັນນັ້ນ, ທະຫານຊາຍແດນນະຄອນເກີນເທີ ຍັງເພີ່ມທະວີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ເປັນເສນາທິການກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນໜູນຊ່ວຍຊາວປະມົງຫັນປ່ຽນການທໍາມາຫາກິນແບບຍືຶນຍົງ, ພິເສດແມ່ນສໍາລັບບັນດາກໍາປັ່ນເກົ່າ, ບໍ່ສາມາດຂຸດຄົ້ນໄດ້ ຫຼື ຊາວປະມົງປະສົບກັບຄວາມຫຍຸ້ງຍາກ. ລົບລ້າງການລົງທະບຽນກໍາປັ່ນທີ່ບໍ່ເຄື່ອນໄຫວ, ມີກົນໄກສົ່ງເສີມ, ໜູນຊ່ວຍການລົບລ້າງທະບຽນການຕໍ່ກັບພາຫະນະເກົ່າ, ຫຼືເຈົ້າຂອງພາຫະນະບໍ່ມີຄວາມຕ້ອງການ; ແກ້ໄຂສະພາບກໍາປັ່ນຫາຍສາບສູນ... ປະກອບສ່ວນກໍ່ສ້າງຂະແໜງການສິນໃນນ້ຳຫວຽດນາມ ໃຫ້ພັດທະນາແບບຍືນຍົງ, ມີຄວາມຮັບຜິດຊອບ, ນຳເອົາຊີວິດທີ່ອີ່ມໜຳສໍາລານມາໃຫ້ພໍ່ແມ່ປະຊາຊົນຊາວປະມົງ.

ໂດຍ: ໄຊນີດາ