leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ໃນໄຕມາດທີ II, ສື່ມວນຊົນ, ພິມຈໍາໜ່າຍໃນກອງທັບໄດ້ໂຄສະນາບັນດາເຫດການການເມືອງພາຍໃນປະເທດ, ສາກົນຢ່າງທັນການ; ບັນດາງານບຸນ, ພິທີສະເຫຼີມສະຫຼອງ, ໂດຍສະເພາະແມ່ນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ; ການເຄື່ອນໄຫວຂອງການນໍາພັກ, ລັດ, ກອງທັບ; ໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ໂດຍສະເພາະແມ່ນການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9...

ໃນໄຕມາດທີ III, ການກໍານົດທິດສໍາລັບສື່ມວນຊົນ, ພິມຈໍາໜ່າຍໃນກອງທັບ ແມ່ນຍູ້ແຮງການໂຄສະນາສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນ ສິງຫາ ແລະວັນຊາດທີ 2 ກັນຍາ; ໝາກຜົນການຈັດຕ້ັງກອງປະຊຸມໃຫຍ່ພັກທຸກຂັ້ນ ອາຍຸການ 2025-2030, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII ມຸ່ງເຖິງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊທົ່ວກອງທັບ ຄັ້ງທີ XI; ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2, ການເຄື່ອນໄຫວຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ... ຈັດຕ້ັງການພິມຈໍາໜ່າຍ, ຈໍາໜ່າຍປຶ້ມ, ເອກະສານຮັບໃຊ້ວຽກງານໂຄສະນາ, ເຜີຍແຜ່, ການສຶກສາກົດໝາຍ, ບັນດາເຫດການສໍາຄັນຂອງພັກ, ລັດ, ກອງທັບ.

ໂດຍ: ໄຊນີດາ