ນະວັດຕະກຳ - ກຳລັງໜູນແກ່ນສານເພື່ອຍົກສູງຄວາມສາມາດແກ້ງແຍ້ງແຫ່ງຊາດ
“ກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ ສືບຕໍ່ໄດ້ຮັບການຢັ້ງຢືນວ່າ ເປັນບັນດາຂົງເຂດແກ່ນສານ, ແມ່ນກຳລັງໜູນພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊີວິດການເປັນຢູ່ຂອງປະຊາຊົນ..."
ນີ້ເປັນຄັ້ງທຳອິດທີ່ຫວຽດນາມ ໄດ້ນຳເອົາເນື້ອໃນນະວັດຕະກຳເຂົ້າໃນກົດໝາຍ ແລະ ຖືວ່າເປັນຂົງເຂດທຽບເທົ່າກັບວິທະຍາສາດເຕັກໂນໂລຢີ. ນີ້ແມ່ນຂໍ້ມູນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ຍົກອອກມາໃນການຖະແຫຼງຂ່າວແນະນຳບັນດາເນື້ອໃນພື້ນຖານຂອງກົດໝາຍ 5 ສະບັບໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີເປັນປະທານການຮຽບຮຽງ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ຫາກໍ່ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ໃນຕອນບ່າຍວັນທີ 7 ກໍລະກົດ ຢູ່ຮ່າໂນ້ຍ. ໃນກົດໝາຍ 05 ສະບັບດັ່ງກ່າວ ມີ: ກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ; ກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຢີດີຈີຕອນ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະລັງງານປະລະມານູ. ນະວັດຕະກຳໄດ້ຮັບຖືວ່າ ເປັນກຳລັງໜູນແກ່ນສານເພື່ອຍົກສູງຄວາມສາມາດແກ້ງແຍ້ງແຫ່ງຊາດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ຫງວຽນຝູຮຸ່ງ, ຫົວໜ້າກົມວິທະຍາສາດ, ເຕັກນິກ ແລະເຕັກໂນໂລຢີ (ກະຊວງວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ) ໃຫ້ຮູ້ວ່າ:
    |
 |
ການຖະແຫຼງຂ່າວຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ. ພາບ: qdnd.vn |
“ກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ ສືບຕໍ່ໄດ້ຮັບການຢັ້ງຢືນວ່າ ເປັນບັນດາຂົງເຂດແກ່ນສານ, ແມ່ນກຳລັງໜູນພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊີວິດການເປັນຢູ່ຂອງປະຊາຊົນ. ໂດຍເປັນຄັ້ງທຳອິດທີ່ກົດໝາຍຖືນະວັດຕະກຳແມ່ນຂົງເຂດທຽບເທົ່າກັບວິທະຍາສາດເຕັກໂນໂລຢີ. ວິທະຍາສາດເຕັກໂນໂລຢີ ໄດ້ສ້າງເປັນພູມປັນຍາ ແລະໂດຍບັນດານັກຄົ້ນຄວ້າ, ນັກວິທະຍາສາດສ້າງຂຶ້ນ, ສ່ວນນະວັດຕະກຳແມ່ນໂດຍທົ່ວປວງຊົນ, ຫັນພູມປັນຍາກາຍເປັນຄຸນຄ່ານັ້ນ ແມ່ນຈຸດໃໝ່ອ່ຽມຂອງກົດໝາຍສະບັບນີ້”.
ແຫຼ່ງຄັດຈາກ: vovworld.vn