Globee Awards for Technology, ເຊິ່ງໃນເມື່ອກ່ອນເອີ້ນວ່າ IT World Awards, ແມ່ນລາງວັນປະຈໍາປີທີ່ສ້າງຕັ້ງຂຶ້ນ ໂດຍ Network Product Guide (ອາເມລິກາ) ໃນປີ 2006, ເພື່ອເຊີດຊູບັນດາຜະລິດຕະພັນ, ການບໍລິການ ແລະມາດຕະການເຕັກໂນໂລຊີຂໍ້ມູນຂ່າວສານທີ່ໂດດເດັ່ນໃນໂລກ.

ທີ່ Globee Awards for Technology ປີນີ້, Viettel ຍາດໄດ້ລາງວັນຫຼາຍທີ່ສຸດ ດ້ວຍ 19 ລາງວັນ (5 ລາງວັນຄໍາ, 7 ລາງວັນເງິນ, 7 ລາງວັນທອງ), ລື່ນກາຍ IBM ແລະ Amazon, ທັງຢູ່ອັນດັບ 2 ດ້ວຍ 11 ລາງວັນ. ນີ້ແມ່ນປີທີ 2 ຕິດຕໍ່ກັນທີ່ Viettel ນຳໜ້າໃນເວທີເຕັກໂນໂລຊີສາກົນນີ້. ຫວຽດນາມ ມີ 5 ວິສາຫະກິດ ໃນບັນຊີລາຍຊື່ຍາດໄດ້ລາງວັນ.

leftcenterrightdel
ລະບົບ robot ອັດຕະໂນມັດຂອງ Viettel Post ຍາດໄດ້ລາງວັນຄໍາ ແລະນໍາໜ້າບັນດາລາຍການກ່ຽວກັບ robot ແລະອັດຕະໂນມັດ. ພາບ: qdnd.vn

Globee Awards for Technology ແມ່ນສຸມໃສ່ຊອກຫາ ແລະເຊີດຊູຜະລິດຕະພັນ, ມາດຕະການໃນຂົງເຂດຕ່າງໆ ຄື: ປັນຍາປະດິດ (AI), robotics, ພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ແລະການພັດທະນາແບບຍືນຍົງ.  5 ລາງວັນຄຳຂອງ Viettel ທີ່ໄດ້ຮັບການເຊີດຊູ ໃນປີນີ້ ກໍແມ່ນຜະລິດຕະພັນທີ່ນຳໃຊ້ເຕັກໂນໂລຊີກ້າວໜ້າເພື່ອຍົກສູງການຄົ້ນຫາຂອງຜູ້ໃຊ້ ເຊັ່ນ: platform ວິເຄາະຂໍ້ມູນ Reputa, ມາດຕະການຫັນພື້ນຖານໂຄງລ່າງໂທລະຄົມມະນາຄົມ BTS Digital Twin ເປັນດີຈີຕອນ, Robot ຈັດປະເພດສິນຄ້າແບບອັດຕະໂນມັດ ແລະກຸ່ມ logistics ອັດສະລິຍະ ແລະລະບົບພື້ນຖານໂຄງລ່າງເຄືອຂ່າຍໂທລະຄົມມະນາຄົມ ຢູ່ Burundi

ບໍ່ພຽງແຕ່ບັນລຸໄດ້ລະດັບສູງເທົ່ານັ້ນ, 17 ໃນຈໍານວນ 19 ຜະລິດຕະພັນທີ່ໄດ້ຮັບລາງວັນຂອງ Viettel ແມ່ນຜະລິດຕະພັນອັນດັບໜຶ່ງທີ່ບັນດາລາຍການເຂົ້າຮ່ວມ, ຢັ້ງຢືນກໍາລັງຄວາມສາມາດດ້ານເຕັກໂນໂລຊີ ແລະຄວາມສາມາດແກ່ງແຍ້ງທົ່ວໂລກຂອງ Viettel ໃນຂົງເຂດເຕັກໂນໂລຊີ ຂໍ້ມູນຂ່າວສານ.

ຕາມຄະນະຈັດຕັ້ງ, ໃນການໃຫ້ຄະແນນ ແລະຈັດອັນດັບຂອງລາງວັນ ແມ່ນດໍາເນີນ ໂດຍ ຜູ້ຊ່ຽວຊານດ້ານເຕັກໂນໂລຊີໃນທົ່ວໂລກ 3.500 ກວ່າຄົນ. ບັນດາຜະລິດຕະພັນ, ການບໍລິການດ້ານເຕັກໂນໂລຊີ ຖືກຈັດອັນດັບຕາມລະດັບຄຳ, ເງິນ ແລະທອງ.

ໂດຍ: ໄຊຊະນະ