ເພີ່ມເຕີມກາລະໂອກາດສົ່ງອອກໃຫ້ວິສາຫະກິດຫວຽດນາມ ໄປຍັງຕະຫຼາດຍີ່ປຸ່ນ
ກປ.ອອນໄລ - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ສູນສົ່ງເສີມການຄ້າ ແລະການລົງທຶນນະຄອນໂຮ່ຈີມິນ (ITPC) ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຍຸດທະສາດເພີ່ມເຕີມກາລະໂອກາດສົ່ງອອກໃຫ້ບັນດາວິສາຫະກິດຫວຽດນາມ ໄປຍັງຕະຫຼາດຍີ່ປຸ່ນ” ຢູ່ສູນວາງສະແດງສົ່ງອອກ (ເລກທີ 92-96 ຫງວຽນເຫ້ວ, ເມືອງ 1, ນະຄອນໂຮ່ຈີມິນ).
ກອງປະຊຸມສໍາມະນາ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ເວົ້າລວມ ແລະວິສາຫະກິດນະຄອນໂຮ່ຈີມິນ ເວົ້າສະເພາະໄດ້ເຂົ້າເຖິງຕະຫຼາດຍີ່ປຸ່ນ, ສະໜອງຂໍ້ມູນກ່ຽວກັບວິທີການໜູນຊ່ວຍສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn |
ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ເຈີ່ນຝູຫຼື ຜູ້ອຳນວຍການໃຫຍ່ ITPC ເນັ້ນໜັກວ່າ: ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດ, ແມ່ນຕະຫຼາດສົ່ງອອກຕົ້ນຕໍຂອງຫວຽດນາມ. ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດພັດທະນາຢ່າງບໍ່ຢຸດຢັ້ງ, ພິເສດແມ່ນພາຍຫຼັງຍົກລະດັບຂຶ້ນເປັນ "ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະຄວາມວັດທະນາຖາວອນຢູ່ອາຊີ ແລະໃນໂລກ" ໃນປີ 2023.
ໃນຂອບເຂດຂອງລາຍການ, ກອງປະຊຸມສໍາມະນາຍັງໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນທີ່ແທດຈິງທີ່ກ່ຽວຂ້ອງເຖິງການເຄື່ອນໄຫວສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ, ເຊັ່ນ: ປະສົບການໃນການແກ້ໄຂບັນຫາການເງິນ, ການຊຳລະສາກົນ; ຮູບແບບການໜູນຊ່ວຍດ້ານການເງິນໃຫ້ວິສາຫະກິດສົ່ງອອກ; ມາດຕະການກ່ຽວກັບ logistics, ລະບຽບການຜ່ານດ່ານ ແລະການຂົນສົ່ງສິນຄ້າ. ພ້ອມທັງ, ນັກຊ່ຽວຊານ ຍັງໄດ້ຊີ້ແຈ້ງສິ່ງທ້າທາຍໃຫຍ່ທີ່ວິສາຫະກິດຕ້ອງຜ່ານຜ່າ, ຄື: ສິ່ງກີດຂວາງດ້ານເຕັກນິກ, ລະບຽບການທີ່ເຂັ້ມງວດກ່ຽວກັບສິ່ງແວດລ້ອມ ແລະແຮງງານ, ລະດັບການແກ່ງແຍ້ງສູງກັບຜະລິດຕະພັນພາຍໃນປະເທດ ແລະຄວາມຮຽກຮ້ອງທີ່ເຄັ່ງຄັດກ່ຽວກັບຄຸນນະພາບ, ຮູບແບບ, ການຫຸ້ມຫໍ່ຜະລິດຕະພັນຈາກຕະຫຼາດຍີ່ປຸ່ນ.
ໂດຍ: ຈາງຫງວຽນ