leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຫງອັກທື.

ທີ່ການຕ້ອນຮັບ, ທ່ານ ໂດ໋ວັນຈ໊ຽນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ; ຢັ້ງຢືນວ່າ ບັນດາຜົນງານອັນໃຫຍ່ຫຼວງຂອງການພົວພັນລະຫວ່າງສອງປະເທດ ມີການປະກອບສ່ວນສຳຄັນຈາກການທູດປະຊາຊົນ, ໃນນັ້ນມີ VESAMO. ທ່ານ ໂດ໋ວັນຈ໊ຽນ ຫວັງວ່າ ໃນໄລຍະຈະມາເຖິງ, VESAMO ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງມິດຕະພາບປະຊາຊົນຂອງຫວຽດນາມ ຄື ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເພື່ອຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງສອງປະເທດ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ຫງອັກທື.

ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ຄະນະຜູ້ແທນ VESAMO ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ແລະພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງພິທີລົງມືກໍ່ສ້າງເຮືອນກຸສົນ 2 ຫຼັງ ເພື່ອມອບໃຫ້ 2 ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ມອບເງິນ 100 ລ້ານດົ່ງ ເພື່ອໜູນຊ່ວຍຊີວິດການເປັນຢູ່ໃຫ້ 10 ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຮ່າໂນ້ຍ, ແຕ່ລະຄອບຄົວ 10 ລ້ານດົ່ງ. ໂອກາດນີ້, ຄະນະ ກໍໄປຢ້ຽມຢາມ ແລະຊອກຮູ້ກາລະໂອກາດຮ່ວມມືລົງທຶນຢູ່ແຂວງກວ໋າງນິງ.

ໂດຍ: ໄຊຊະນະ