ໃນລະຫວ່າງວັນທີ 18-20 ມິຖຸນາ, ຢູ່ສຳນັກງານຂອງອົງການ UNESCO ຢູ່ປາຣີ ໄດ້ດຳເນີນກອງປະຊຸມຄັ້ງທີ 10 ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາປີ 2005 ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ກ່ຽວກັບການປົກປ້ອງ ແລະເສີມຂະຫຍາຍຄວາມຫຼາຍຮູບຫຼາຍແບບຂອງບັນດາການສະແດງວັດທະນະທຳ (ເວົ້າຫຍໍ້ວ່າ ສົນທິສັນຍາ 2005).
ຢູ່ກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ຮັບການດຳລົງເປັນສະມາຊິກອາຍຸການທີ 2 ຢ່າງລຽນຕິດ (2021-2025, 2025-2029) ກາຍເປັນສະມາຊິກຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ. ນີ້ແມ່ນກໍລະນີທຳອິດນັບແຕ່ເວລາສົນທິສັນຍາ 2005 ໄດ້ສ້າງຕັ້ງຂຶ້ນທີ່ມີປະເທດໜຶ່ງເຂົ້າຮ່ວມຄະນະກຳມະການລະຫວ່າງລັດຖະບານໃນ 2 ອາຍຸການຢ່າງລຽນຕິດ, ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະການຮັບຮູ້ຂອງບັນດາປະເທດສະມາຊິກຕໍ່ຄວາມມານະພະຍາຍາມ ແລະຜົນສຳເລັດຂອງ ຫວຽດນາມ ໃນການປະຕິບັດ ແລະຊຸກຍູບັນດາເປົ້າໝາຍຂອງສົນທິສັນຍາ ກໍ່ຄືຕໍ່ບົດບາດ, ການປະກອບສ່ວນຢ່າງຕັ້ງໜ້າ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ UNESCO.
ໂດຍ: ຈາງຫງວຽນ
Type the code from the image