ວິໄສທັດຂອງ 1 ແຜນຜັງໃຫ້ແກ່ 3 ທ້ອງຖິ່ນ
ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ນະຄອນໂຮ່ຈີມິນ, ບິ່ງເຢືອງ ແລະບ່າເຣ້ຍ-ຫວູງເຕົ່າ ລ້ວນແຕ່ມີແຜນຜັງທີ່ໄດ້ອະນຸມັດຜ່ານ. ຕໍ່ສະພາບການໂຮມເຂົ້າກັນ, ສ້າງໂຄງປະກອບຄືນໃໝ່, ຈິນຕະນາການເຂົ້າເຖິງບັນຫາການວາງແຜນຜັງໃຫ້ນະຄອນໂຮ່ຈີມິນ ໃໝ່ຕ້ອງມີຄວາມແຕກຕ່າງກັນ.
ບັນດານັກຄົນຄວ້າຢູ່ມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈີມິນ (UEH) ສະເໜີວ່າ ຈິນຕະນາການນັ້ນແມ່ນ “ພື້ນຖານການປະດິດສ້າງຮ່ວມກັນ”.
ຕາມ ສຈ, ປອ ສືດິ່ງແທ່ງ ຜູ້ອໍານວຍການມະຫາວິທະຍາໄລ UEH, “ນິຍາມກ່ຽວກັບການປະດິດສ້າງຮ່ວມກັນພວມພົ້ນເດ່ັນຂຶ້ນປຽບເໝືອນດັ່ງກໍາລັງຜັກດັນທີ່ເປັນພື້ນຖານ. ນ້ັນແມ່ນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງລັດ, ວົງການນັກວິຊາການ, ວິສາຫະກິດ, ປະຊາຄົມ ແລະສິ່ງແວດລ້ອມທໍາມະຊາດ, ພ້ອມປະກອບສ່ວນຄວາມຮູ້, ສະຕິປັນຍາ, ການປະດິດສ້າງ, ມາດຕະການ ເພື່ອສ້າງຮູບແບບພັດທະນາຢ່າງມີໄຫວພິບ, ຍືນຍົງ ແລະມະນຸດສະທໍາ”.
    |
 |
ມູມໜຶ່ງຂອງນະຄອນໂຮ່ຈີມິນ ໃນປະຈຸບັນ. ພາບ: ຮວ່າງມິງ |
ເມື່ອໂຮມນະຄອນໂຮ່ຈີມິນ, ບິ່ງເຢືອງ ແລະບ່າເຣ້ຍ-ຫວູງເຕົ່າ ເຂົ້າເປັນຕົວເມືອງ “ນະຄອນໂຮ່ຈີມິນ ໃໝ່” ໄປພ້ອມກັບກາລະໂອກາດ ເພື່ອປັບປຸງພື້ນຖານໂຄງລ່າງ ແລະພັດທະນາແບບຍືນຍົງ.
ໃນນັ້ນ, ລະບົບພື້ນຖານໂຄງລ່າງເຕັກນິກຕົວເມືອງບໍ່ພຽງແຕ່ເປັນການຂະຫຍາຍຂອບຂະໜາດເທົ່ານັ້ນຫາກຍັງເປັນການປະມວນ ແລະການປະສານງານຢ່າງຄົບຊຸດ, ຮັບປະກັນປະສິດທິຜົນການເຄື່ອນໄຫວໃນທົ່ວເຂດຕົວເມືອງໃໝ່. ສະນັ້ນເລື່ອງຕີລາຄາຄືນໃໝ່ຕໍ່ການວາງແຜນຜັງໃນປະຈຸບັນຢ່າງຮອບດ້ານ, ຮັບຮູ້ຈຸດຕິດຂັດໃນການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະສະເໜີການກໍານົດທິດດັດປັບໃຫ້ສອດຄ່ອງກັບຮູບແບບ “ນະຄອນໂຮ່ຈີມິນ ໃໝ່” ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ.
ປອ. ສະຖາປະນິກ ເລກວກຮຸ່ງ ຮອງຫົວໜ້າສະຖາບັນວາງແຜນຜັງຕົວເມືອງ ແລະຊົນນະບົດແຫ່ງຊາດ (ກະຊວງກໍ່ສ້າງຫວຽດນາມ) ຖືວ່າ, ເພື່ອພັດທະນາໃຫ້ຍືນຍົງ ແລະມີການແກ່ງແຍ້ງກັບສາກົນ, ນະຄອນໂຮ່ຈີມິນໃໝ່ ຕ້ອງເຮັດວຽກງານການວາງແຜນຜັງໃຫ້ເປັນຢ່າງດີ. ວຽກທີ່ມີຄວາມຫຍຸ້ງຍາກທີ່ສຸດແມ່ນເຮັດແນວໃດ ເພື່ອສ້າງວິໄສທັດລວມໃຫ້ຕົວເມືອງໃຫຍ່ໃນອະນາຄົດ.
“3 ທ້ອງຖິ່ນທີ່ກວ້າງໃຫຍ່ ແລະມີລັກສະນະແຕກຕ່າງກັນຫຼາຍທີ່ສຸດ. ນະຄອນໂຮ່ຈີມິນ ແມ່ນຕົວເມືອງ ທີ່ມີລະດັບຄວາມໜາແໜ້ນຂອງປະຊາກອນສູງທີ່ສຸດ, ມີການພັດທະນາຫຼາຍຮູບຫຼາຍແບບທາງດ້ານການເງິນ, ການຄ້າຫຼາຍ. ສ່ວນແຂວງບິ່ງເຢືອງ ນັ້ນແມ່ນມີເຂດອຸດສາຫະກໍາຫຼາຍກວ່າ. ແຂວງບ່າເຣ້ຍ-ຫວູງເຕົ່າ ແມ່ນທ່າກຳປັ່ນ, ນໍ້າມັນ ແລະພິເສດແມ່ນທ່ອງທ່ຽວ.
ນະຄອນໂຮ່ຈີມິນ ໃໝ່ ມີເນື້ອທີ່ 6.722 ກິໂລຕາແມັດ, ມີພົນລະເມືອງເກືອບ 14 ລ້ານຄົນດ້ວຍ 168 ຫົວໜ່ວຍບໍລິຫານຂັ້ນຕາແສງ; ການເກັບລາຍຮັບງົບປະມານຄາດຄະເນວ່າໄດ້ປະມານ 25% ຍອດລາຍຮັບໃນທົ່ວປະເທດ, ລວມຍອດຜະລິດຕະພັນຢູ່ໃນບໍລິເວນ (GRDP) ບັນລຸເກືອບ 2,4 ລ້ານຕື້ດ່ົງ.
ປອ, ເຈືອງມິງຮຸຍຫວູ, ຫົວໜ້າສະຖາບັນຄົ້ນຄວ້າພັດທະນານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ເພື່ອກໍານົດທິດພັດທະນາ, ທໍາອິດແມ່ນຕ້ອງເຂົ້າໃຈສະພາບການໃຫ້ຈະແຈ້ງ, ຮູ້ວ່າຕົນເອງພວມຢູ່ຈຸດໃດ ແລະຕ້ອງໄດ້ວັດແທກ, ປຽບທຽບຢ່າງລະອຽດຜ່ານຫຼາຍດັດສະນີກັບບັນດາແຂວງ, ນະຄອນອື່ນ ແລະນັບທັງຕົວເມືອງສາກົນຫຼາຍແຫ່ງ.
ນະຄອນໂຮ່ຈີມິນ ໃໝ່ດ້ວຍຂອບຂະໜາດທີ່ໃຫຍ່ກໍ່ສ້າງກາລະໂອກາດ ແລະສິ່ງທ້າທາຍຫຼາຍຢ່າງ. ສິ່ງທ້າທາຍໃຫຍ່ກວ່າໝູ່ແມ່ນເຮັດແນວໃດ ເພື່ອໃຫ້ຄວາມສາມາດບົ່ມຊ້ອນ ບໍ່ຖືກຟຸມເຟືອຍ, ແຫຼ່ງກໍາລັງໄດ້ປຸກລະດົມ ແລະຈັດແບ່ງຢ່າງມີຈຸດສຸມ. ຈາກນັ້ນສ້າງການພັດທະນາແບບຍືນຍົງ ແລະຍຸຕິທໍາລະຫວ່າງເຂດ, ພາກພື້ນ.
ນະຄອນໂຮ່ຈີມິນ ເປີດກວ້າງແມ່ນຕົວເມືອງໃຫຍ່ໃນທົ່ວໂລກ ແລະພັດທະນາສູນຫຼາຍແຫ່ງ. ກ່ຽວກັບການວາງແຜນຜັງ, ນະຄອນໂຮ່ຈີມິນ ອາດຈະລວມມີ 1 ຕົວເມືອງຄືໃນປະຈຸບັນ, 3 ຕົວເມືອງອ້ອມຂ້າງ ແລະ 8 ຕົວເມືອງນ້ອຍ.
“ພວກເຮົາໂຮມ 3 ທ້ອງຖິ່ນເຂົ້າກັນ, ທາງດ້ານຜູ້ຄົນ, ການບໍລິຫານເຂົ້າເປັນໜຶ່ງແລ້ວ. ແຕ່ວ່າເມື່ອພັດທະນານັ້ນນະຄອນຕ້ອງໄດ້ປຸກລະດົມ, ຈັດແບ່ງ, ການລົງທຶນຕ້ອງເຮັດແນວໃດໃຫ້ມີຈຸດສຸມຈຸດໃຈກາງ ເພື່ອເຮັດໃຫ້ບັນດາຈຸດທີ່ໄດ້ກໍານົດເປັນເສົາຄໍ້າພັດທະນາ ແລະກໍ່ຕ້້ອງຮັບປະກັນການປະສານຢ່າງກົມກຽວ, ພັດທະນາແບບຍືນຍົງ ແລະຍຸຕິທໍາຢູ່ຫຼາຍຂົງເຂດແຕກຕ່າງກັນ, ຫຼາຍພາກພື້ນທີ່ແຕກຕ່າງກັນ. ສິ່ງນີ້ສໍາຄັນສຸດ”. ປອ ເຈືອງມິງຮຸຍຫວູ ໃຫ້ຮູ້.
ຈາກການວາງແຜນຜັງເຖິງການກໍານົດກໍາລັງເຕີບໂຕ
ເມື່ອໂຮມເຂົ້າກັນ, ນະຄອນ ໂຮ່ຈີມິນ ໃໝ່ ມີທ່ີຕັ້ງທາງດ້ານເສດຖະກິດ-ສັງຄົມ ເຊິ່ງຍາກທີ່ຈະມີທ້ອງຖິ່ນໃດມີໄດ້. ປະຈຸບັນ, 3 ການວາງແຜນຜັງຂອງ 3 ທ້ອງຖິ່ນໄດ້ມີວິໄສທັດທີ່ຍາວໄກ ແລະໂດຍພື້ນຖານແມ່ນໄດ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແຕ່ລະຂົງເຂດ. ເຖິງຢ່າງໃດກໍ່ຕາມ, ບັນດາບັນຫາສໍາຄັນແມ່ນເຮັດແນວໃດຕ້ອງສ້າງວິໄສທັດການວາງແຜນຜັງທີ່ເປັນເອກະພາບ.
ຕາມ ປອ, ເຈິ່ນຢູລິກ, ປະທານສະພາໃຫ້ຄຳປຶກສາປະຕິບັດມະຕິເລກທີ 98, ເມື່ອກວດກາຄືນ 3 ການວາງແຜນຜັງຂອງ 3 ທ້ອງຖິ່ນນັ້ນ ຕ້ອງຄິດໄລ່ຄືນກ່ຽວກັບການວາງແຜນຜັງພາກສ່ວນອຸດສາຫະກໍາ.
ນະຄອນໂຮ່ຈີມິນ ມີທ່າແຮງແຖວໜ້າກ່ຽວກັບອຸດສາຫະກໍາ, ການບໍລິການທາງທະເລ ແລະເປັນສູນກາງເສດຖະກິດທະເລກວ້າງໃຫຍ່.
ປອ, ເຈິ່ນຢູລິກ ໃຫ້ຮູ້ຕື່ມອີກວ່າ: “ນະຄອນ ໂຮ່ຈີມິນ ໃໝ່ນີ້ຈະມີສູນກາງດ້ານການເງິນ. ຖ້າກໍາເນີດເກີດຂຶ້ນໄດ້ນັ້ນແມ່ນຢາກໃຫ້ມີເຂດການຄ້າເສລີໄດ້ມີແຜນຜັງຕັ້ງຢູ່ກາຍແມ໊ບ-ທິວາຍ. ສະນັ້ນກໍາລັງແຮງຜັກດັນການເຕີບໂຕແມ່ນອຸດສາຫະກໍາ, ການຄ້າສາກົນ, ການຄ້າທາງທະເລ, ໂລຈິດສະຕິກ, ການເງິນ ແລະພິເສດແມ່ນເຕັກໂນໂລຢີສູງ...”.
ມີທັດສະນະດຽວກັນກ່ຽວກັບການຂຸດຄົ້ນບັນດາກໍາລັງໜູນການເຕີບໂຕຂອງນະຄອນ, ສຈ, ປອ ຫງວຽນຈ້ອງຮວ່າຍ ຫົວໜ້າບັນນາທິການ ວາລະສານຄົ້ນຄວ້າເສດຖະກິດ ແລະດໍາເນີນທຸລະກິດອາຊີ ແບ່ງປັນວ່າ ຕ້ອງກໍານົດ, ຂຸດຄົ້ນ 5 ກໍາລັງໜູນພັດທະນາໃໝ່ຂອງນະຄອນໂຮ່ຈີມິນ.
    |
 |
ຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບການທ່ອງທ່ຽວຂອງແຂວງບ່າເຣ້ຍ-ຫວູງເຕົ່າ. ພາບ: ລູວເຊີນ |
ບັນດາດັດສະນີກ່ຽວກັບການເຕີບໂຕເສດຖະກິດ, ຂະໜາດພື້ນຖານເສດຖະກິດ, ສະມັດຕະພາບແຮງງານ, ການນໍາເຂົ້າສົ່ງອອກ, ພັດທະນາອຸດສາຫະກໍາ, ການບໍລິການ ແລະການເງິນຂອງນະຄອນໂຮ່ຈີມິນ ລ້ວນແຕ່ພວມນໍາໜ້າທົ່ວປະເທດ. ສິ່ງເຫຼົ່ານັ້ນໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງວິໄສທັດຍຸດທະສາດກ່ຽວກັບການສ້າງນະຄອນໂຮ່ຈີມິນ ໃຫ້ກວ້າງໃຫຍ່. ຈາກນັ້ນມີຄວາມສາມາດກາຍເປັນຕົວເມືອງທົ່ວໂລກ, ຕົວເມືອງທີ່ມີການແກ່ງແຍ້ງສາກົນ ແລະສືບຕໍ່ຊຸກຍູ້ການພັດທະນາເສດຖະກິດບໍ່ພຽງແຕ່ໃຫ້ສະເພາະເຂດເທົ່ານັ້ນ ຫາກຍັງໃຫ້ທົ່ວປະເທດອີກດ້ວຍ.
ໂດຍ: ໄຊນີດາ