ມີນັບພັນຄົນເຂົ້າຮ່ວມການພົບປະມິດຕະພາບຫວຽດນາມ - ອາເມລິກາ ຢູ່ດ່ານັ້ງ
ເຫດການໄດ້ດຶງດູດການເຂົ້າຮ່ວມຂອງ 3000 ຄົນດ້ວຍບັນດາການເຄື່ອນໄຫວ: ພົບປະແລກປ່ຽນສິລະປະ, ກິລາ, ບັນດາການລະຫຼິ້ນພື້ນເມືອງສອງປະເທດ, ວາງສະແດງວັດທະນະທຳ, ອາຫານການກິນຫວຽດນາມ, ອາເມລິກາ ແລະບັນດາຜົນສຳເລັດໃນການພົວພັນທາງການທູດຫວຽດນາມ - ອາເມລິກາ.
    |
 |
ລາຍການສະແດງສິລະປະ. ພາບ: vov.vn |
ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ນະຄອນດ່ານັ້ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ຄະນະທູຕານູທູດອາເມລິກາ ປະຈຳ ຫວຽດນາມ, ນະຄອນດ່ານັ້ງ ໄດ້ສົມທົບກັນຈັດຕັ້ງລາຍການພົບປະມິດຕະພາບຫວຽດນາມ - ອາເມລິກາ. ນີ້ແມ່ນບັນດາການເຄື່ອນໄຫວນອນໃນບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອາເມລິກາ(1995-2025).
ເຫດການໄດ້ດຶງດູດການເຂົ້າຮ່ວມຂອງ 3000 ຄົນດ້ວຍບັນດາການເຄື່ອນໄຫວ: ພົບປະແລກປ່ຽນສິລະປະ, ກິລາ, ບັນດາການລະຫຼິ້ນພື້ນເມືອງສອງປະເທດ, ວາງສະແດງວັດທະນະທຳ, ອາຫານການກິນຫວຽດນາມ, ອາເມລິກາ ແລະບັນດາຜົນສຳເລັດໃນການພົວພັນທາງການທູດຫວຽດນາມ - ອາເມລິກາ. ລາຍການແມ່ນເພື່ອແນໃສ່ເຊີດຊູພື້ນຖານວັດທະນະທຳທີ່ຫຼາຍຮູບຫຼາຍແບບ ແລະນ້ຳໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ອາເມລິກາ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບການພົວພັນມິດຕະພາບປະຊາຊົນຫວຽດນາມ - ອາເມລິກາ, ປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ເລິກເຊິ່ງກ່ວາອີກ ແລະຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນສອງປະເທດໃນໄລຍະຈະມາເຖິງ. ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມເນັ້ນໜັກວ່າ:
ໃນໄລຍະໃໝ່, ການພົບປະແລກປ່ຽນປະຊາຊົນຫວຽດນາມ ອາເມລິກາ ຈະສືບຕໍ່ມີການປະກອບສ່ວນຢ່າງໃຫຍ່ຫຼວງ, ສ້າງພື້ນຖານສັງຄົມທີ່ຕັ້ງໜ້າ, ສະດວກ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ ແລະສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຮູ້ສຶກດີໃຈທີ່ໄດ້ເປັນສ່ວນໜຶ່ງທີ່ຕັ້ງໜ້າໃນວິວັດການພັດທະນາຂອງການພົວພັນນັ້ນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ