ຄະນະຜູ້ແທນພະລັງງານຫວຽດນາມ ໄປຢ້ຽມຢາມ ແລະຊອກຮູ້ກາລະໂອກາດຮ່ວມມື ຢູ່ ອັງກິດ
ກປ.ອອນໄລ - ໃນລະຫວ່າງວັນທີ 16-23 ມິຖຸນາ, ສະຖານທູດອັງກິດ ປະຈຳ ຮ່າໂນ້ຍ ແລະສະຖານກົງສູນໃຫຍ່ອັງກິດ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການຢ້ຽມຢາມຂອງຄະນະຜູ້ແທນພະລັງງານຫວຽດນາມ ເຖິງອັງກິດ.
ຄະນະຜູ້ແທນລວມມີ 12 ຄົນທີ່ມາຈາກກົມໄຟຟ້າ - ກະຊວງອຸດສາຫະກຳ ແລະການຄ້າ, ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ແລະບໍລິສັດໃຫຍ່ຫຸ້ນສ່ວນການບໍລິການເຕັກນິກນ້ຳມັນເຊື້ອໄຟຫວຽດນາມ ໄດ້ມີການເຮັດວຽກເປັນເວລາ 5 ວັນຢູ່ ລອນດອນ ແລະນະຄອນ Hull ແລະ Grimsby ໃນເຂດ Humber ເພື່ອແນໃສ່ຖອດຖອນບົດຮຽນ, ຊອກຮູ້ກາລະໂອກາດຮ່ວມມື ແລະເຊື່ອມຕໍ່ກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.
    |
 |
ຄະນະຜູ້ແທນພະລັງງານຫວຽດນາມ ເຮັດວຽກຢູ່ອັງກິດ. ພາບ: ສະຖານທູດອັງກິດ ປະຈໍາ ຮ່າໂນ້ຍ. |
ບັນດາຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ “ແບ່ງປັນບົດຮຽນຂອງອັງກິດ ໃນການປະມູນ ແລະອະນຸມັດຜ່ານໂຄງການໄຟຟ້າແຮງລົມນອກຝັ່ງທະເລ”, ກອງປະຊຸມ ແລະງານວາງສະແດງ “ໄຟຟ້າແຮງລົມນອກຝັ່ງທະເລທົ່ວໂລກ - Global Offshore Wind 2025” ແລະວາລະປຶກສາຫາລື “ມາດຕະການການເງິນໃຫ້ແກ່ໂຄງການໄຟຟ້າແຮງລົມນອກຝັ່ງທະເລຫວຽດນາມ”. ບັນດາການເຄື່ອນໄຫວຂ້າງເທິງນີ້ ໄດ້ດຳເນີນຢູ່ນະຄອນຫຼວງລອນດອນ, ເຕົ້າໂຮມບັນດານັກຊ່ຽວຊານແຖວໜ້າຂອງ ອັງກິດ ທັງພາກເອກະຊົນ ແລະພາກລັດ ເຂົ້າຮ່ວມ ແລະໃຫ້ຂໍ້ສະເໜີເພື່ອແນໃສ່ຊ່ວຍໃຫ້ຫວຽດນາມ ສຳເລັດກອບນິຕິກໍາໂດຍໄວ ແລະພັດທະນາລະບົບຕ່ອງໂສ້ການສະໜອງເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະຜັນຂະຫຍາຍໂຄງການ, ມຸ່ງໄປເຖິງການບັນລຸເປົ້າໝາຍຕິດຕັ້ງໄຟຟ້າແຮງລົມນອກຝັ່ງທະເລ 17.000 ເມກາວັດ ຮອດປີ 2035.
ທ່ານ Alexandra Smith ຫົວໜ້າສະຖານກົງສູນໃຫຍ່ອັງກິດ ປະຈໍາ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ອັງກິດ ຕີລາຄາສູງເປົ້າໝາຍຕິດຕັ້ງໄຟຟ້າແຮງລົມນອກຝັ່ງທະເລ 17.000 ເມກາວັດ ຮອດປີ 2035, ກໍຄືຄຳໝັ້ນສັນຍາຂອງຫວຽດນາມ ໃນການສຳເລັດຕາມກອບນິຕິກໍາ ແລະພັດທະນາລະບົບຕ່ອງໂສ້ການສະໜອງ.
ລັດຖະບານ ອັງກິດ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ ໃນຂະບວນການຫັນປ່ຽນພະລັງງານ. ລະອຽດແມ່ນພວກຂ້າພະເຈົ້າ ຍາມໃດກໍ່ຕັ້ງໜ້າຊຸກຍູ້ບັນດາຂໍ້ລິເລີ່ມການຮ່ວມມື, ຄື: ການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP) ແລະສູນຄົ້ນຄວ້າໄຟຟ້າແຮງລົມນອກຝັ່ງທະເລຫວຽດນາມ (Centre of Excellence), ສອງຂໍ້ລິເລີ່ມຈະນຳມາ ເຊິ່ງໝາກຜົນຕົວຈິງໂດຍໄວ.
ໂດຍ: ຈາງຫງວຽນ