ໂຄສະນາຜະລິດຕະພັນ ຫວຽດ ຢູ່ງານຕະຫຼາດນັດສາກົນ ອານເຊຣີ 2025
ກປ.ອອນໄລ - ດ້ວຍຄຳຂວັນ “ເພື່ອການຮ່ວມມືລວມ ແລະຍືນຍົງ”, FIA 2025 ເຕົ້າໂຮມເກືອບ 700 ວິສາຫະກິດໃນຫຼາຍຂົງເຂດຄືກະສິກຳ, ອຸດສາຫະກຳປຸງແຕ່ງ, ນ້ຳມັນອາຍແກັດ, ການກໍ່ສ້າງ, ເຄື່ອງໄຟຟ້າ - ເອເລັກໂຕນິກ, ກົນຈັກຕະຫຼອດຮອດສິ່ງແວດລ້ອມ, ການທ່ອງທ່ຽວ ແລະການສຶກສາ.
ວັນທີ 24 ມິຖຸນາ, ຢູ່ຫໍງານວາງສະແດງ Pins Maritimes ຢູ່ນະຄອນຫຼວງ ອານເຊຣີ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ສົມທົບກັບອົງການການຄ້າຈັດພິທີເປີດສະຫຼອງຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ຢູ່ງານຕະຫຼາດນັດສາກົນ ອານເຊຣີ ຄັ້ງທີ 56 (FIA 2025).
    |
 |
ພິທີເປີດສະຫຼອງຮ້ານວາງສະແດງສິນຄ້າຂອງ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ດ້ວຍຄຳຂວັນ “ເພື່ອການຮ່ວມມືລວມ ແລະ ຍືນຍົງ”, FIA 2025 ເຕົ້າໂຮມເກືອບ 700 ວິສາຫະກິດໃນຫຼາຍຂົງເຂດ, ຄື: ກະສິກຳ, ອຸດສາຫະກຳປຸງແຕ່ງ, ນ້ຳມັນອາຍແກັດ, ການກໍ່ສ້າງ, ເຄື່ອງໄຟຟ້າ - ເອເລັກໂຕນິກ, ກົນຈັກຕະຫຼອດຮອດສິ່ງແວດລ້ອມ, ການທ່ອງທ່ຽວ ແລະການສຶກສາ.
ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ໄດ້ວາງສະແດງສິນຄ້າຕົວຢ່າງຂອງວິສາຫະກິດກວ່າ 30 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ, ສະບຽງອາຫານ, ເກີບໜັງ, ເຄື່ອງຕຳແຜ່ນຕັດຫຍິບ, ເຄື່ອງເຟີນີເຈີ, ຢາງພລາດຕິກ, ວັດສະດຸກໍ່ສ້າງ, ພາຫະນະເຄື່ອງກົນຈັກ ແລະເຄື່ອງຈັກອຸດສາຫະກຳ.
ໂດຍ: ກວຽດເຕິມ