ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຫາກໍ່ມີໂທລະເລກສະບັບເລກທີ 3512/CĐ-TM ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດໜັງສືທາງການສະບັບເລກທີ 65-CV/TW ລົງວັນທີ 13 ມິຖຸນາ 2025 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເປັນເຈົ້າການສະກັດກັ້ນ, ຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະຄໍາສັ່ງເລກທີ 19/CT-TTg ລົງວັນທີ 19 ມິຖຸນາ 2025 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນ, ຕ້ານ, ແກ້ໄຂຜົນເສຍຫາຍຈາກໄພທຳມະຊາດກ່ອນລະດູຝົນພາຍຸ ປີ 2025; ບັນດາເອກະສານ, ໂທລະເລກຂອງຄະນະຊີ້ນຳປ້ອງກັນພົນລະເຮືອນແຫ່ງຊາດ, ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກ່ຽວກັບວຽກງານຮັບມືກັບໄພພິບັດທຳມະຊາດ ແລະການຊອກຫາກູ້ໄພ.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກວ໋າງນາມ ເສີມຂະຫຍາຍທິດນໍາ “4 ກັບທີ່” ໃນການສະກັດກັ້ນ, ຕ້ານໄພທໍາມະຊາດ, ຊອກຫາ ກູ້ໄພ. ພາບ: quangnam.gov.vn

ໂທລະເລກລະບຸວ່າ: ບັນດາອົງການ, ກົມກອງໃນທົ່ວກອງທັບຮັກສາລະບອບເຝົ້າລະວັງຢ່າງເຂັ້ມງວດ, ຕິດຕາມສະພາບດິນຟ້າອາກາດ, ອຸຕຸນິຍົມ ແລະອຸທົກກະສາດ. ເມື່ອສະພາບການທີ່ສັບສົນເກີດຂຶ້ນ ຕ້ອງຈັດຕັ້ງໜ່ວຍປະຈໍາການເພີ່ມທະວີ ແລະປະຕິບັດລະບອບລາຍງານຕາມຂໍ້ກໍານົດ; ເປັນເຈົ້າການ, ກະກຽມກໍາລັງ, ພາຫະນະ, ເປັນເສນາທິການ, ສະເໜີແກ້ໄຂສະພາບການໃຫ້ທັນເວລາ ແລະມີປະສິດທິຜົນ.

ກວດກາ, ເພີ່ມເຕີມ ເພື່ອຮັບປະກັນໃຫ້ລະບົບປ້ອງກັນຟ້າຜ່າຖືກຕາມມາດຕະຖານເຕັກນິກຕາມຂໍ້ກໍານົດໃຫ້ແກ່ຄ້າຍຄູ່, ເຮືອນຢູ່, ສາງ, ປ້ອມ; ກວດກາຄືນບັນດາເຂດ, ສະຖານທີ່ຕ່າງໆ ທີ່ມີຄວາມສ່ຽງເກີດດິນເຈື່ອນ, ການລະເບີດ, ໄຟໄໝ້ປ່າ... ເພື່ອໃຫ້ມີມາດຕະການສະກັດກັ້ນ, ຮັບມື. ຈັດຕັ້ງການຝຶກອົບຮົມ, ຝຶກຊ້ອມບັນດາແຜນການ, ພ້ອມທັງຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ພະນັກງານ, ນັກຮົບໄປປະຕິບັດໜ້າທີ່ເມື່ອພົບກັບສະພາບອາກາດທີ່ອັນຕະລາຍ. ເປັນເຈົ້າການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນກະກຽມກຳລັງ, ພາຫະນະເຂົ້າຮ່ວມການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດຕິເຫດ, ໄພທຳມະຊາດເມື່ອມີຄວາມຮຽກຮ້ອງຕ້ອງການ...

ໂດຍ: ໄຊຊະນະ