“30 ປີແຫ່ງການພົວພັນ ຫວຽດນາມ-ອາເມລິກາ: ບົດບາດຂອງການຮ່ວມມືພາກລັດ-ເອກະຊົນ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາໂດຍສະຖານທູດຫວຽດນາມ ປະຈໍາ ອາເມລິກາ, ສູນອາເມລິກາ-ອາຊຽນ, ສະພາດໍາເນີນທຸລະກິດ ອາເມລິກາ-ອາຊຽນ (USABC) ແລະມະຫາວິທະຍາໄລລັດ Arizona ເປັນປະທານຮ່ວມຈັດຕັ້ງໃນວັນທີ 20 ມິຖຸນາ, ຢູ່ນະຄອນຫຼວງ ວໍຊິງຕັນ (ອາເມລິກາ). ເຫດການດັ່ງກ່າວນອນໃນບັນດາກິດຈະກຳສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງສອງປະເທດໃນປີ 2025.

leftcenterrightdel
ທ່ານ ຫງວຽນກວກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ການໂອ້ລົມສົນທະນາລວມມີ 2 ວາລະປຶກສາຫາລື, ໂດຍສຸມໃສ່ຫວນຄືນຂີດໝາຍສຳຄັນໃນການພົວພັນສອງຝ່າຍ ແລະບົດບາດຂອງພາກເອກະຊົນ; ພ້ອມທັງ, ກໍ່ໃຫ້ຂໍ້ສະເໜີແນະ ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການຫັນປ່ຽນດີຈີຕອນ ແລະຍົກສູງທີ່ຕັ້ງຂອງຫວຽດນາມ ໃນຕ່ອງໂສ້ການສະໜອງທົ່ວໂລກ.

ເຂົ້າຮ່ວມການໂອ້ລົມສົນທະນາ, ເອກອັກຄະລັດຖະທູດອາເມລິກາ ໃນບັນດາສະໄໝລ້ວນແຕ່ສະແດງຄວາມສະໜັບສະໜູນຕໍ່ວິໄສທັດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ກ່ຽວກັບການຍົກສູງທີ່ຕັ້ງ, ຄຸນຄ່າຂອງຫວຽດນາມ ໃນຕ່ອງໂສ້ການສະໜອງທົ່ວໂລກໂດຍຜ່ານການຄົ້ນຄວ້າ ແລະພັດທະນາ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະການຫັນເປັນດີຈີຕອນ.

ບັນດານັກຮຽນຮູ້ ແລະວິສາຫະກິດ, ຄື: Intel, Boeing, Lockheed Martin ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຫວຽດນາມ ດ້ວຍກຳລັງແຮງງານໜຸ່ມ, ມີລະດັບຄວາມຮູ້ສູງ ແລະການກໍານົດທິດພັດທະນາໄປສູ່ເຕັກໂນໂລຢີສູງ, ຄື: AI ແລະກວນເຕີມ.

ບັນດາຜູ້ແທນຖືວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃນການນຳໜ້າໃນການພັດທະນາຂອງອາຊີ, ບັນດາວິສາຫະກິດອາເມລິກາ ປາດຖະໜາຢາກເປັນພາກສ່ວນໜຶ່ງໃນການເດີນທາງນັ້ນ, ເປັນຕົ້ນແມ່ນຊຸກຍູ້ບັນດາຂອບເຂດການຮ່ວມມືຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.

ໂດຍ: ຈາງຫງວຽນ