ຕາຕະລາງຈັດອັນດັບ Fortune Southeast Asia 500 (500 ວິສາຫະກິດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້) ທີ່ປະກາດໃນວັນທີ 17 ມິຖຸນາ ໄດ້ເຊີດຊູກຸ່ມບໍລິສັດອຸດສາຫະກຳ - ພະນັກງານແຫ່ງຊາດ ຫວຽດນາມ (Petrovietnam) ຢືນຢູ່ອັນດັບທີ 11 ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນກໍ່ຢືນອັນດັບທີ 5 ໃນຈຳນວນວິສາຫະກິດພະລັງງານໃນພາກພື້ນ ແລະແມ່ນວິສາຫະກິດໃຫຍ່ທີ່ສຸດຂອງ ຫວຽດນາມ.
ຕາມການສະຖິຕິຂອງ Fortune ແລ້ວ, ຫວຽດນາມ ມີວິສາຫະກິດ 76 ແຫ່ງລອດເຂົ້າບັນຊີລາຍຊື່ໃນປີນີ້, ດ້ວຍຍອດລາຍຮັບກວ່າ 161 ຕື້ USD ແລະກຳລັງແຮງງານກວ່າ 1,1 ລ້ານຄົນ. ນີ້ເປັນຄັ້ງທຳອິດທີ່ Petrovietnam ໄດ້ຮັບການເຊີດຊູໃນຕາຕະລາງຈັດອັນດັບສາກົນ ແລະພາກພື້ນ. ສິ່ງດັ່ງກ່າວໄດ້ປະກອບສ່ວນຢືນຢັນທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກສ່ຽງໃຕ້, ພ້ອມກັບເລື່ອງສະແດງໃຫ້ເຫັນບົດບາດນຳໜ້າຂອງ Petrovietnam ໃນການເຊື່ອມໂຍງເຂົ້າກັບສາກົນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image