ສະຖານທູດຫວຽດນາມ ປະຈຳອິດສະຣາແອນ ໃຫ້ຮູ້ວ່າ: ໄລ່ຮອດຕອນເຊົ້າວັນທີ 16 ມິຖຸນາ, ຍັງບໍ່ທັນຮັບຮູ້ກໍລະນີພົນລະເມືອງຫວຽດນາມ ໃດຖືກຮັບບາດເຈັບ ຫຼືເສຍຊີວິດໃນເຫດບຸກໂຈມຕີ ແລະການປະທະກັນລະຫວ່າງ ອິດສະຣາແອນ ແລະອີຣານ ເມື່ອບໍ່ດົນມານີ້.

ໃນເວລາ 3 ວັນຢ່າງຕໍ່ເນື່ອງ, ແຕ່ຄືນວັນທີ 13 ມິຖຸນາ ຫາຕອນເຊົ້າວັນທີ 16 ມິຖຸນາ, ສະພາບຄວາມໝັ້ນຄົງຂອງ ອິດສະຣາແອນ, ພິເສດຢູ່ນະຄອນຫຼວງ Tel Aviv ແລະບັນດາເຂດພາກກາງມີການຜັນແປຢ່າງເຄັ່ງຕຶງຍ້ອນບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະບຸກໂຈມຕີທາງອາກາດລະຫວ່າງສອງຝ່າຍ.

ສະຖານທູດສືບຕໍ່ສະເໜີຄຳກ່າວເຕືອນໃຫ້ພົນລະເມືອງຫວຽດນາມ ປະຕິບັດຕາມຄຳແນະນໍາຂອງກອງບັນຊາການແນວໂຮມພາຍໃນສັງກັດກໍາລັງປ້ອງກັນອິດສະຣາແອນ (IDF); ຈໍາກັດການເດີນທາງໄປມາທີ່ບໍ່ຈໍາເປັນ; ຫຼີກລ້ຽງພື້ນທີ່ອັນຕະລາຍ; ອັບເດດຂໍ້ມູນຂ່າວສານເປັນປະຈໍາຜ່ານຊ່ອງທາງທາງການ ແລະຮັກສາການຕິດຕໍ່ກັບອົງການຕົວແທນໃນກໍລະນີສຸກເສີນ.

ໂດຍ: ທະນາພອນ