leftcenterrightdel
ຕອນບ່າຍວັນທີ 12 ມິຖຸນາ, ທີ່ອາເມລິກາ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການເຈລະຈາກັບທ່ານ Howard Lutnick ລັດຖະມົນຕີກະຊວງການຄ້າອາເມລິກາ ແລະທ່ານ Jamieson Greer ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າການຄ້າອາເມລິກາ. ພາບ: moit.gov.vn

ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ  Washington ແລ້ວ, ຄະນະເຈລະຈາຫວຽດນາມ ນຳໂດຍທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ພ້ອມດ້ວຍສະມາຊິກຄະນະເຈລະຈາ ແລະຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ລວມມີ: ກະຊວງຕໍາຫຼວດ, ກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງກໍ່ສ້າງ, ກະຊວງພາຍໃນ, ກະຊວງກະສິກໍາ ແລະສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ, ກະຊວງຍຸຕິທຳ ແລະທະນາຄານແຫ່ງລັດ ເຂົ້າຮ່ວມການເຈລະຈາ.

ການເຈລະຈາໄດ້ດຳເນີນເປັນເວລາ 4 ວັນ, ຄະນະເຈລະຈາຫວຽດນາມ ແລະອາເມລິກາ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງ, ຮັດແຄບໄລຍະຫ່າງໃນບັນດາຂົງເຂດເຈລະຈາ. ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ, ບົນຈິດໃຈສ້າງສັນກ່ຽວກັບບັນຫາທີ່ມີຄວາມສົນໃຈຂອງແຕ່ລະປະເທດ ທີ່ໄດ້ລາຍງານໃນເອກະສານສ່ອງແສງຄືນ ເຊິ່ງຫວຽດນາມ ສົ່ງໃຫ້ອາເມລິກາ, ພ້ອມທັງຮັບຟັງການວິເຄາະ, ອະທິບາຍຈະແຈ້ງ ມຸ່ງເຖິງມາດຕະການທີ່ສອດຄ່ອງເຊິ່ງສອງຝ່າຍສາມາດຍອມຮັບໄດ້.

ຕອນບ່າຍມື້ເຮັດວຽກທີ 4 (ຮອບເຈລະຈາຂັ້ນເຕັກນິກສຸດທ້າຍ), ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ມີວາລະເຈລະຈາພ້ອມກັບລັດຖະມົນຕີກະຊວງການຄ້າອາເມລິກາ Howard Lutnick ແລະເອກອັກຄະລັດຖະທູດ Jamieson Gre, ຫົວໜ້າຄະນະຜູ້ຕາງໜ້າການຄ້າອາເມລິກາ. ທີ່ວາລະເຈລະຈາ, ອີງໃສ່ໝາກຜົນການປຶກສາຫາລືໃນ 4 ມື້ກ່ອນນີ້, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະເໜີບາງແນວຄວາມຄິດເພື່ອແນໃສ່ຊຸກຍູ້ວິວັດການ ແລະຍົກອອກໝາກຜົນການເຈລະຈາ.

ພາຍຫຼັງວາລະຄົບຄະນະກັບສອງລັດຖະມົນຕີຂອງອາເມລິກາ ແລ້ວ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ໄດ້ມີວາລະແລກປ່ຽນໂດຍກົງກັບທ່ານ Howard Lutnick ລັດຖະມົນຕີກະຊວງການຄ້າ  ເພື່ອເຮັດແຈ້ງບັນດາເນື້ອໃນແລກປ່ຽນທີ່ວາລະຄົບຄະນະ. ທ່ານ Howard Lutnick ຢືນຢັນວ່າ ອາເມລິກາ ຖືເປັນສໍາຄັນການພົວພັນກັບຫວຽດນາມ ແລະປາດຖະໜາຢາກຫວຽດນາມ ພັດທະນາຢ່າງແຂງແຮງ. ທ່ານຮັບຮູ້ຂໍ້ສະເໜີ ແລະຄວາມສົນໃຈຂອງຫວຽດນາມ ແລະໃຫ້ຮູ້ວ່າ ຈະເຫັນດີເປັນເອກະພາບກັບອົງການຕາງໜ້າການຄ້າອາເມລິກາ ເພື່ອມີວິທີການແກ້ໄຂໃຫ້ສອດຄ່ອງ.

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຕີລາຄາສູງການຕີລາຄາຂອງທ່ານລັດຖະມົນຕີ Howard Lutnick ແລະເອກອັກຄະລັດຖະທູດ Jamieson Greer ແລະຢືນຢັນຄວາມຕັດສິນໃຈຂອງຫວຽດນາມ ໃນການສ້າງສາ ແລະຊຸກຍູ້ການພົວພັນດ້ານເສດຖະກິດການຄ້າກັບອາເມລິກາ ຕາມທິດດຸນດ່ຽງ, ຍືນຍົງເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດ. ບັນດາລັດຖະມົນຕີມົນຕີ ເຫັນດີເປັນເອກະສັນມອບໃຫ້ຂັ້ນເຕັກນິກສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນ ເພື່ອບັນລຸຂໍ້ຕົກລົງສອດຄ່ອງກັບຄວາມຫວັງ ແລະເງື່ອນໄຂຂອງແຕ່ລະຝ່າຍໂດຍໄວ.

ໂດຍ: ໄຊນີດາ