ບໍ່ສາມາດປະຕິເສດໄດ້ລັກສະນະທີ່ຈໍາເປັນຂອງການເຊື່ອມໂຍງເຂົ້າກັບຕະຫຼາດການເງິນສາກົນຢ່າງເລິກເຊິ່ງ. ໃນສະພາບການທີ່ຫວຽດນາມ ພວມແມ່ນຈຸດພົ້ນເດັ່ນກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະການເຕີບໂຕ, ເລື່ອງເສີມຂະຫຍາຍທ່າແຮງແກ່ງແຍ້ງ ເພື່ອສ້າງສູນການເງິນສາກົນຈະເຊື່ອມຕໍ່ຕະຫຼາດການເງິນທົ່ວໂລກ; ດຶງດູດບັນດາອົງການການເງິນຕ່າງປະເທດ; ຫັນປ່ຽນກະແສເງິນລົງທຶນ; ຊຸກຍູ້ພັດທະນາຕະຫຼາດການເງິນຢ່າງມີປະສິດທິຜົນ, ຕາມມາດຕະຖານສາກົນ.

leftcenterrightdel
ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ລາຍງານອະທິບາຍຈະແຈ້ງທີ່ວາລະປຶກສາຫາລືທີ່ສະພາແຫ່ງຊາດ. ພາບ: baodautu.vn

ຕາມຂໍ້ສະເໜີຂອງລັດຖະບານ, ສູນການເງິນສາກົນຢູ່ຫວຽດນາມ ຈະກໍ່ສ້າງຕາມຮູບແບບ “ສູນດຽວ, ສອງຈຸດນັດພົບ”, ໝາຍຄວາມວ່າມີສູນດຽວແຕ່ວ່າຕັ້ງຢູ່ນະຄອນໂຮ່ຈີມິນ ແລະນະຄອນດ່ານັງ. ຈາກພື້ນຖານການທາບທາມບົດຮຽນສາກົນ ແລະພຶດຕິກໍາຕົວຈິງຢູ່ ຫວຽດນາມ, ຮ່າງມະຕິໄດ້ສະເໜີ 13 ນະໂຍບາຍສະເພາະ ເພື່ອນໍາໃຊ້ໃນສູນການເງິນສາກົນ, ລວມມີ: ນະໂຍບາຍເງິນຕ່າງປະເທດ, ການເຄື່ອນໄຫວທະນາຄານ; ການເງິນ, ພັດທະນາຕະຫຼາດທຶນ; ພາສີ-ອາກອນ; ການເຂົ້າ-ອອກເມືອງ, ການພັກພາອາໄສ, ແຮງງານ; ທີ່ດິນ;... ທົດລອງມີການຄວບຄຸມກວດກາໃຫ້ fintech ແລະນະວັດຕະກໍາ; ໃຫ້ບຸລິມະສິດຕາມຂົງເຂດ ແລະນະໂຍບາຍສໍາລັບນັກລົງທຶນຍຸດທະສາດ; ພັດທະນາພຶ້ນຖານໂຄງລ່າງເຕັກນິກ ແລະໂຄງລ່າງສັງຄົມ; ນໍາເຂົ້າ, ສົ່ງອອກ ແລະແຈກຈ່າຍສິນຄ້າ, ບໍລິການ; ຄ່າໃຊ້ຈ່າຍ, ຄ່າທຳນຽມ; ແກ້ໄຂການຂັດແຍ້ງກັນໃນການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດ...

ແຕ່ວ່າ, ກໍ່ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ, ຕະຫຼາດການເງິນທົ່ວໂລກແມ່ນເດີນຫຼີ້ນທີ່ດຸເດືອດ, ເປັນບ່ອນທີ່ພວກເຮົາບໍ່ໄດ້ວາງກົດໝາຍອອກ. ມັນເຄື່ອນໄຫວຕາມລະບຽບຫຼັກການທີ່ແໜ້ນແຟ້ນ, ມີການຜັນແປຢ່າງຕໍ່ເນື່ອງ, ຢູ່ພາຍໃຕ້ການຄອບງຳຈາກກົດໝາຍ ແລະທຳນຽມສາກົນ. ທ່ານ ຫງວຽນວັນເທີນ ສະມາຊິກສະພາແຫ່ງຊາດ (ຄະນະແຂວງທ໊າຍບິ່ງ) ຖືວ່າ: “ນີ້ບໍ່ແມ່ນເດີນຫຼີ້ນທີີ່ພວກເຮົາທົດລອງແລ້ວຜິດພາດໄດ້”. ທ່ານ ເຈືອງຈ້ອງເຫງັຍ ສະມາຊິກສະພາແຫ່ງຊາດ  (ຄະນະນະຄອນໂຮ່ຈີມິນ) ໄດ້ວິເຄາະໃຫ້ເຫັນຢ່າງຈະແຈ້ງກວ່າ ກ່ຽວກັບບາງໄພອັນຕະລາຍ: ການປະທະກັນດ້ານກົດໝາຍລະຫວ່າງກົດໝາຍທີ່ປະກາດໃຊ້ໃນປະຈຸບັນ ແລະມະຕິທີ່ສົ່ງຜົນສະທ້ອນເຖິງການຄຸ້ມຄອງແຫ່ງລັດ ແລະຮ້ອງຟ້ອງ; ການຕົ້ມຕຸນ ແລະຄອບງຳການເງິນ, ການຫຼີກໜີພາສີ; ຈາກນັ້ນ, ສະມາຊິກສະພາແຫ່ງຊາດໄດ້ວາງອອກ 3 ບັນຫາສໍາຄັນ ແລະຮີບດ່ວນທີ່ຕ້ອງໄດ້ເຮັດເພື່ອດຶງດູດວົງການການເງິນສາກົນ, ນັ້ນແມ່ນ: ບຸກຄະລາກອນ, ພື້ນຖານໂຄງລ່າງເຕັກນິກ ແລະໂຄງລ່າງນິຕິກໍາ.

ສະພາບການຕົວຈິງໄດ້ສະແດງໃຫ້ເຫັນວ່າ ລະບົບນິເວດການເງິນສາກົນຂອງຫວຽດນາມ ຍັງອ່ອນແອສະນັ້ນຈຶ່ງຂາດບຸກຄະລາກອນທີ່ມີຄຸນນະພາບສູງຫຼາຍໃນຂົງເຂດນີ້, ນັບທັງບຸກຄະລາກອນຄຸ້ມຄອງສູນ, ບຸກຄະລາກອນລົງເລິກຂະແໜງການເງິນ, ບຸກຄະລາກອນໃຫ້ຄຳປຶກສາ, ບຸກຄະລາກອນພິພາກສາ ແລະແກ້ໄຂການແກ່ງແຍ້ງກັນ. ໃນຂະນະນັ້ນວິສາຫະກິດຫວຽດນາມ ສ່ວນຫຼາຍຍັງງົງກັບການທຳທຸລະກຳດ້ານການເງິນສາກົນ. ກ່ຽວກັບພື້ນຖານເຕັກນິກ, ໃນເງື່ອນໄຂເຕັກໂນໂລຢີຫັນເປັນໂລກາພິວັດຄືໃນປະຈຸບັນ, ພື້ນໂຄງລ່າງເຕັກນິກທັນສະໄໝ, ປອດໄພ, ວ່ອງໄວ, ບໍ່ໃຫ້ເກີດອຸບັດຕິເຫດ ແລະປິດລັບຢ່າງເດັດຂາດແມ່ນປັດໄຈເປັນຕາຍ...

ເລື່ອງເຊື່ອມໂຍງເຂົ້າກັບຕະຫຼາດການເງິນສາກົນແມ່ນບາດກ້າວເດີນຍຸດທະສາດແຫ່ງຊາດ, ແມ່ນບ່ອນທີ່ຫວຽດນາມ ຕ້ອງສະແດງຮູບຮ່າງ, ຂະໜາດ, ຄວາມອາດສາມາດ ແລະອິດທິພົນຊື່ສຽງໃນເດີນຫຼີ້້ນທົ່ວໂລກທີ່ເຕັມໄປດ້ວຍຄວາມແກ່ງແຍ້ງ. ສະນັ້ນ, ຫວຽດນາມ ຕ້ອງລະມັດລະວັງ, ມີແບບມີແຜນ ແລະຄົບຊຸດ, ບໍ່ພຽງແຕ່ເພື່ອຮັບປະກັນຄວາມສໍາເລັດເທົ່ານັ້ນ ຫາກຍັງເພື່ອຫຼີກຄວາມສ່ຽງຈາກລະບົບທີ່ອາດຈະສົ່ງຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງຕໍ່ພື້ນຖານເສດຖະກິດ, ຄວາມປອດໄພດ້ານການເງິນ ແລະອິດທິພົນຊື່ສຽງຂອງປະເທດຊາດ.

ໂດຍ: ໄຊນີດາ