ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືໃນການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາຜູ້ເກັ່ງກ້າ, ປັນຍາປະດິດ, ເຕັກໂນໂລຢີສີຂຽວ, ນະຄອນອັດສະລິຍະ ແລະຍຸດທະສາດເສດຖະກິດດີຈີຕອນ.

leftcenterrightdel
ທ່ານ Rachmat Pambudy ລັດຖະມົນຕີກະຊວງແຜນການພັດທະນາແຫ່ງຊາດອິນໂດເນເຊຍ. ພາບ: Antara

ທີ່ນະຄອນຫຼວງ Jakarta ຂອງອິນໂດເນເຊຍ, ໃນຖະແຫຼງການວັນທີ 13 ມິຖຸນາ, ທ່ານ Rachmat Pambudy ລັດຖະມົນຕີກະຊວງແຜນການພັດທະນາແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ MoU ເປັນຂີດໝາຍການເລີ່ມຕົ້ນຂອງການພົວພັນຄູ່ຮ່ວມມືຍາວນານ ແລະແມ່ນບາດກ້າວຍຸດທະສາດ ເພື່ອຍູ້ໄວວິວັດການຫັນເປັນດີຈີຕອນຂອງ ອິນໂດເນເຊຍ ແລະວິໄສທັດອິນໂດເນເຊຍ 2045. ສິ່ງດັ່ງກ່າວສະແດງໃຫ້ເຫັນບາດກ້າວຍຸດທະສາດໃນການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນລະຫວ່າງອິນໂດເນເຊຍ ແລະຫວຽດນາມ.

ທ່ານ Pambudy ໃຫ້ຮູ້ວ່າ Bappenas ຫວັງວ່າ ການຮ່ວມມືນີ້ຈະປັບປຸງພື້ນຖານເພື່ອທັງອິນໂດເນເຊຍ ແລະຫວຽດນາມ ກາຍເປັນປະເທດມະຫາອຳນາດດີຈີຕອນໃຫຍ່ຢູ່ອາຊີຕາເວັນອອກສ່ຽງໃຕ້. ບໍ່ພຽງແຕ່ຄວາມສາມາດເຕັກໂນໂລຢີແຫ່ງຊາດ ໄດ້ຮັບການຍົກສູງເທົ່ານັ້ນ, ຫາກຍັງຈະສ້າງອະນາຄົດຮອບດ້ານ, ຍືນຍົງ ແລະປະດິດສ້າງໃຫ້ທັງສອງປະເທດອີກດ້ວຍ.

ໃນຂະນະນັ້ນ, ທ່ານ ຫງວຽນວັນຄວາ ຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ FPT ກໍ່ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືກັບອິນໂດເນເຊຍ ຈະຊ່ວຍສ້າງເປັນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິກ ເຊື່ອມຕໍ່ ແລະກ້າວໜ້າກວ່າດ້ານເຕັກນິກດີຈີຕອນ.

ໂດຍ: ເຈິ່ນຮວ່ຽນ