ຫວຽດນາມ ຢືນອັນດັບທີ 2 ກ່ຽວກັບປະລິມານໝາກລິນຈີ່ທົ່ວໂລກ
ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ບັນລຸ 303.000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024.
ຕາມບົດລາຍງານ “ໄຈ້ແຍກຂອບຂະໜາດ ແລະອັດຕາສ່ວນກວມຕະຫຼາດໝາກລິນຈີ່ - ທ່າອ່ຽງເຕີບໂຕ ແລະ ການຄາດຄະເນໄລຍະ 2023 - 2028” ຂອງ Research and Markets, ຫວຽດນາມ ພວມຢືນອັນດັບທີ 2 ທົ່ວໂລກກ່ຽວກັບປະລິມານໝາກລິນຈີ່, ຖັດຈາກ ຈີນ. ຄາດວ່າ ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ບັນລຸ 303.000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024. ປະຈຸບັນ, ຫວຽດນາມ ພວມປັບປຸງທີ່ຕັ້ງຢູ່ຕະຫຼາດໝາກລິນຈີ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ມີໜ້າຢູ່ 30 ປະເທດ, ເຂດແຄ້ວນໃນທົ່ວໂລກ, ຕອບສະໜອງຄວາມຕ້ອງການຂອງບັນດາຕະຫຼາດຂັ້ນສູງສຸດ.
    |
 |
ຫວຽດນາມ ພວມຢືນອັນດັບທີ 2 ທົ່ວໂລກກ່ຽວກັບປະລິມານໝາກລິນຈີ່. ພາບ: VGP |
ຜູ້ຕາງໜ້າພະແນກອຸດສາຫະກຳການຄ້າແຂວງ ບັກຢາງ (ໂຮມເຂົ້າແຂວງ ບັກນິງ) ໃຫ້ຮູ້ວ່າ ປະຈຸບັນ ບັນດາວິສາຫະກິດໄດ້ຈອງຊື້ໝາກລິນຈີ່ຂອງແຂວງດ້ວຍປະລິມານຫຼາຍເພື່ອສົ່ງອອກໄປຍັງບັນດາຕະຫຼາດ, ຄື: ອີຢູ, ອາເມລິກາ, ການາດາ, ຍີ່ປຸ່ນ…
ແຫຼ່ງຄັດຈາກ: vovworld.vn