ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ອວຍພອນບັນດາອົງການ, ຫົວໜ່ວຍເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 13 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ, ຄະນະປະຕິບັດງານຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນຕີ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປອວຍພອນບັນດາອົງການ, ຄື: ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ; ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ; ໜັງສືພິມເຍິນເຢິນ; ສຳນັກຂ່າວສານຫວຽດນາມ.
    |
 |
ທ່ານພົນຕີ ເຈືອງທຽນໂຕ ມອບດອກໄມ້ອວຍພອນຄະນະໂຄສະນາສຶກສາ ແລະຂົນຂວາຍ ປະຊາຊົນສູນກາງ. ພາບ: qdnd.vn |
ທີ່ບັນດາອົງການ, ຕາງໜ້າການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນຕີ ເຈືອງທຽນໂຕ ໄດ້ສົ່ງພອນໄຊອັນປະເສີດມາຍັງຖັນແຖວພະນັກງານ, ພາລະກອນ, ນັກຂ່າວ, ນັກບັນນາທິການຂອງອົງການຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ. ທ່ານພົນຕີ ເຈືອງທຽນໂຕ ຫວັງວ່າ ການນຳບັນດາອົງການຈະສືບຕໍ່ເອົາໃຈໃສ່, ໂຄສະນາກ່ຽວກັບການເຄື່ອນໄຫວດ້ານການທະຫານ, ປ້ອງກັນຊາດ, ປະກອບສ່ວນແຜ່ຂະຫຍາຍຮູບພາບທະຫານລຸງໂຮ່ ໃນປະຊາຊົນທຸກຊັ້ນວັນນະ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ພ້ອມທັງຮັກສາການຕິດຕໍ່, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ບັນດາອົງການ, ກົມກອງໃນທົ່ວກອງທັບກັບບັນດາອົງການສຳນັກຂ່າວສານ, ສື່ມວນຊົນເພື່ອປະຕິບັດວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ ແລະປົກປັກຮັກສາປະເທດຊາດ.
ໂດຍ: ເຈິ່ນຮວ່ຽນ