ສໍາລັບວຽກງານສຸກເສີນຢູ່ທະເລ, ເຮືອບິນຂອງກອງພົນນ້ອຍ 954 (ເຫຼົ່າທັບ ເຮືອ) ບິນຝຶກແອບຈາກເກາະເຈື່ອງຊາ ໄດ້ສົມທົບກັນນໍາສົ່ງຄົນເຈັບ 2 ຄົນ ທີ່ພວມປິ່ນປົວຢູ່ສຸກສາລາເກາະເຈື່ອງຊາ ເຂົ້າຝັ່ງ, ມອບໃຫ້ໂຮງໝໍທະຫານ 87 (ກົມໃຫຍ່ພະລາທິການ-ເຕັກນິກ) ເພື່ອປິ່ນປົວ. ຢູ່ເຂດຂົວຟອງເຈົາ (ແຂວງຝູເທາະ), ກອງພົນນ້ອຍ 249 (ເຫຼົ່າຮົບຊ່າງແສງ) ໄດ້ຮັບປະກັນເຮືອບັກປະເພດ PMP ນໍ້າໜັກ 60 ໂຕນ 2 ລໍາ ເພື່ອຮັບໃຊ້ບັນດາພາຫະນະໄປມາ.

leftcenterrightdel
ພະນັກງານ, ນັກຮົບທະຫານຊາຍແດນນະຄອນເຫວ້ ເກັບມ້ຽນຕົ້ນໄມ້ຫັກລົງມາເຮືອນຂອງທ່ານນາງ ໂຮ່ທິເລ ຢູ່ບ້ານກາໂນນ 1, ຕາແສງເລິມເດິດ, ເມືອງອາເລື້້ອຍ. ພາບ: qdnd.vn
leftcenterrightdel
ຊ່ວຍເຫຼືອຄອບຄົວທ່ານນາງ ເຈິ້ນທິຂ໊ຽວ ຢູ່ບ້ານກາໂນນ 1, ຕາແສງ ເລິມເດິດ, ເມືອງອາເລື້້ອຍ ມຸງຫຼັງຄາ. ພາບ: qdnd.vn

* ວັນທີ 14 ມິຖຸນາ, ກໍາລັງປະກອບອາວຸດເມືອງເຮື໋ອງຮວ໋າ, ແຂວງກວາງຈີ້ ໄດ້ລະດົມພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວເກືອບ 300 ຄົນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. ຍ້ອນຜົນສະທ້ອນຂອງພາຍຸລູກທີ 1, ໃນບໍລິເວນເມືອງເຮື໋ອງຮວ໋າ ມີຝົນຕົກໜັກ, ບາງບ່ອນມີຝົນຕົກໜັກຫຼາຍສົມຄວນເຮັດໃຫ້ເກີດນ້ຳຖ້ວມ, ດິນເຈື່ອນ. ດ້ວຍທິດນໍາ “ນ້ຳລົງຮອດໃສ, ແກ້ໄຂຮອດນັ້ນ”, ພະນັກງານ, ນັກຮົບກໍາລັງປະກອບອາວຸດ ເມືອງເຮື໋ອງຮວ໋າ ຮີບຮ້ອນຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນຊານ ແລະກິດຈະການຕ່າງໆທີ່ຖືກເປ່ເພ, ເກັບມ້ຽນ, ຮັກສາຄວາມສະອາດ, ອະນາໄມສິ່ງແວດລ້ອມ...

* ໃນ 2 ວັນ (ວັນທີ 13 ແລະ 14 ມິຖຸນາ), ຄ້າຍທະຫານຊາຍແດນ ດ່ານຊາຍແດນ ອາເດິດ, ທະຫານຊາຍແດນນະຄອນເຫວ້ ໄດ້ຕັ້ງໜ້າສົມທົບ ກັບອຳນາດການປົກຄອງຕາແສງ ດົງເຊີນ ແລະຕາແສງ ເລິມເດິດ (ເມືອງ ອາເລື໊ອຍ) ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນຟ້າ ຮ້ອງລົມໃຕ້ ຝຸ່ນກໍ່ຂຶ້ນ. ຟ້າຮ້ອງ ລົມໃຕ້ຝຸ່ນ ໄດ້ເຮັດໃຫ້ເຮືອນປະຊາຊົນ 53 ຫຼັງຄາຂອງ 2 ຕາແສງ ຖືກປີ້ນຂຶ້ນ. ພະນັກງານ, ນັກຮົບຂອງບັນດາກົມກອງໄດ້ປະສານສົມທົບກັບກໍາລັງຕ່າງໆໜູນຊ່ວຍບັນດາຄອບຄົວມຸງຫຼັງຄາຄືນໃໝ່, ຖາງຕົ້ນໄມ້ທີ່ລົ້ມລົງ ແລະອະນາໄມ, ຊ່ວຍປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.

ໂດຍ: ໄຊຊະນະ