ທ່ານ ເຈີ່ນແທງເໝິ້ນ ປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ: ການພົບປະຄັ້ງນີ້ມີຄວາມໝາຍພິເສດເມື່ອກອງປະຊຸມ ຄັ້ງທີ 9 ພວມດຳເນີນໄປດ້ວຍຈິດໃຈຕັດສິນໃຈ, ປ່ຽນແປງໃໝ່, ຈິດໃຈຮັບຜິດຊອບສູງຂອງສະພາແຫ່ງຊາດ, ລັດຖະບານ ແລະບັນດາອົງການທີ່ກ່ຽວຂ້ອງ; ໄດ້ຮັບການຕິດຕາມ, ຄວາມດີໃຈ, ຄວາມເຫັນດີເຫັນພ້ອມຈາກຜູ້ມີສິດເລືອກຕັ້ງ ແລະປະຊາຊົນ, ແລະດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ. ສະແດງຄວາມຍິນດີເມື່ອພົບປະກັບການນຳບັນດາອົງການສື່ມວນຊົນ,   ນັກຂ່າວລຸ້ນຕ່າງໆ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ການພົບປະຄັ້ງນີ້ແມ່ນເພື່ອສະແດງຄວາມຮູ້ບຸນຄຸນ, ຮັບຟັງຄຳເຫັນປະກອບ, ຄວາມມຸ່ງມາດປາຖະໜາ, ຂໍ້ສະເໜີຂອງບັນດາອົງການສື່ມວນຊົນ.

leftcenterrightdel
ທ່ານ ເຈີ່ນແທງເໝິ້ນ ປະທານສະພາແຫ່ງຊາດ ແລະບັນດາຜູ້ແທນ, ການນຳບັນດາອົງການສື່ມວນຊົນ. ພາບ: qdnd.vn

ຕາງໜ້າໃຫ້ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມເຄົາລົບນັບຖື, ຂອບໃຈ, ຊົມເຊີຍ ແລະອວຍພອນໃຫ້ຖັນແຖວນັກຂ່າວໃນທົ່ວປະເທດດ້ວຍຜົນງານທີ່ດີເດັ່ນໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ເພື່ອໃຫ້ສື່ມວນຊົນສືບຕໍ່ເສີມຂະຫຍາຍບົດບາດຂອງຕົນເປັນຢ່າງດີ, ສະແດງໃຫ້ເຫັນເຖິງຈິດໃຈປ່ຽນແປງໃໝ່, ຄວາມຮັບຜິດຊອບຢ່າງຈະແຈ້ງ, ແຈ້ງໃຫ້ຜູ້ມີສິດເລືອກຕັ້ງ ແລະປະຊາຊົນໃນທົ່ວປະເທດຮັບຊາບທີ່ດີ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ການນຳບັນດາອົງການສື່ມວນຊົນ, ໂຄສະນາເຜີຍແຜ່ກ່ຽວກັບບັນດາເຫດການສໍາຄັນຂອງພັກ ແລະປະເທດຊາດເປັນຢ່າງດີ; ໂຄສະນາເຜີຍແຜ່ໃຫ້ເລິກເຊິ່ງກວ້າງຂວາງກວ່າເກົ່າ, ພິເສດແມ່ນສານຕ່າງໆຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ໃນໄລຍະມໍ່ໆມານີ້, ກໍຄືແຜນນະໂຍບາຍໃຫຍ່ຂອງພັກກອມມູນິດຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນດີງາມ ແລະບົດຮຽນທີ່ອຸດົມສົມບູນໄດ້ສະສົມ, ຖັນແຖວນັກຂ່າວຫວຽດນາມ ຈະປະຕິບັດພາລະກິດອັນສູງສົ່ງຂອງຕົນປະສົບຜົນສໍາເລັດ.

ໂດຍ: ຈາງຫງວຽນ