ຕອນບ່າຍວັນທີ 5 ທັນວາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເລແທ່ງລອງ ໄດ້ຕ້ອນຮັບທ່ານນາງ Susan Pointer, ຮອງປະທານ ຝ່າຍນະໂຍບາຍສາທາລະນະທົ່ວໂລກຂອງ Amazon, ກຸ່ມບໍລິສັດທີ່ມີສຳນັກງານໃຫຍ່ຢູ່ສະຫະລັດອາເມລິກາ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເລແທ່ງລອງ ແລະທ່ານນາງ Susan Pointer, ຮອງປະທານຝ່າຍນະໂຍບາຍສາທາລະນະທົ່ວໂລກຂອງກຸ່ມບໍລິສັດ Amazon. ພາບ: VGP

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ Amazon ເປີດກວ້າງການຮ່ວມມືກັບວິສາຫະກິດເຕັກໂນໂລຢີຫວຽດນາມ ເພື່ອເພີ່ມທະວີ ການຜະລິດ ແລະການພັດທະນາຜະລິດຕະພັນໃນລະບົບນິເວດ Amazon ຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ Amazon ຮ່ວມມື ແລະລົງທຶນດຳເນີນທຸລະກິດໄລຍະຍາວ ແລະມີປະສິດທິຜົນຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເລແທ່ງລອງ ຕ້ອນຮັບທ່ານນາງ Susan Pointer, ຮອງປະທານຝ່າຍນະໂຍບາຍສາທາລະນະທົ່ວໂລກຂອງກຸ່ມບໍລິສັດ Amazon. ພາບ: VGP

ສ່ວນທ່ານນາງ Susan Pointer ໄດ້ຕີລາຄາສູງຕໍ່ໝາກຜົນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນປີ 2025, ໂດຍສະເພາະແມ່ນການປະຕິຮູບກົງຈັກບໍລິຫານງານ ແລະການຫັນປ່ຽນດີຈີຕອນ. ກຸ່ມບໍລິສັດ Amazon ຢືນຢັນວ່າຈະຮ່ວມມືກັບຫວຽດນາມ ເປັນເວລາດົນນານ; ສະໜັບສະໜູນການຍົກລະດັບຜະລິດຕະພັນ Made in Vietnam ແລະສະໜັບສະໜູນຫວຽດນາມ ໃຫ້ກາຍເປັນສູນນໍາເຂົ້າ-ສົ່ງອອກ ຜ່ານທາງການຄ້າເອເລັກໂຕນິກໃນອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ໄຊນີດາ