leftcenterrightdel
ບັນຍາກາດທີ່ພິທີ. ພາບ: viettelfamily.com

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຟູ່ງສີເຕີນ ຢືນຢັນວ່າ Viettel Peru ແມ່ນໜຶ່ງໃນບັນດາຈຸດພົ້ນເດ່ັນຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໃນຍຸດທະສາດລົງທຶນຢູ່ຕ່າງປະເທດ. ດ້ວຍເຄື່ອງໝາຍການຄ້າ Bitel, ປັດຈຸບັນ Viettel Peru ແມ່ນໜຶ່ງໃນບັນດາບໍລິສັດເຄືອຂ່າຍອິນເຕີແນັດທີ່ມີການເຕີບໂຕໄວທີ່ສຸດໃນປະເທດເປຣູ, ຮັບໃຊ້ໃຫ້ລູກຄ້າຫຼາຍກວ່າ 10 ລ້ານຄົນ, ດ້ວຍອັດຕາສ່ວນຕະຫຼາດໃຫຍ່ອັນດັບສອງໃນທົ່ວປະເທດ. ນີ້ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງຂອງຫວຽດນາມ, ໃນນັ້ນ ວິສາຫະກິດກອງທັບ ມີບົດບາດນຳໜ້າໃນການເປີດກວ້າງການຮ່ວມມືດ້ານເສດຖະກິດ-ເຕັກໂນໂລຢີ; ຢືນຢັນຂີດຄວາມສາມາດ, ອິດທິພົນຊື່ສຽງ ແລະຄວາມແກ່ງແຍ້ງຂອງຫວຽດນາມ ໃນຕະຫຼາດທົ່ວໂລກ. ທ່ານພົນໂທ ຟູ່ງສີເຕີນ ເຊື່ອໝັ້ນວ່າ ບໍລິສັດ Viettel Peru ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະຄຸນທາດຂອງທະຫານລຸງໂຮ່, ສາມັກຄີ, ປະດິດຄິດສ້າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍ, ນັບມື້ນັບພັດທະນາຢ່າງໝັ້້ນຄົງເຂັ້້ມແຂງ, ກາຍເປັນສັນຍາລັກແຫ່ງການຮ່ວມມືສໍາເລັດຜົນລະຫວ່າງຫວຽດນາມ ແລະເປຣູ ໃນຂົງເຂດໂທລະຄົມມະນາຄົມ-ເຕັກໂນໂລຢີ.

ໂດຍ: ໄຊນີດາ