AF8: ເຫດການວິຊາຊີບທີ່ມີຊື່ສຽງຢູ່ ຫວຽດນາມ ກ່ຽວກັບການຄຸ້ມຄອງບໍລິສັດ
ກປ.ອອນໄລ - ເວທີປາໄສປະຈຳປີ VIOD AF8 ທີ່ນະຄອນໂຮ່ຈີມິນ ໄດ້ເນັ້ນໜັກເຖິງບົດບາດຂອງຄວາມໄວ້ວາງໃຈ ແລະອິດທິພົນຊື່ສຽງໃນການຄຸ້ມຄອງວິສາຫະກິດ, ການດຶງດູດກະແສທຶນສາກົນ ແລະຊຸກຍູ້ການພັດທະນາແບບຍືນຍົງ.
ວັນທີ 5 ທັນວາ, ທີ່ນະຄອນໂຮ່ຈີມິນ, ສະຖາບັນສະມາຊິກສະພາບໍລິຫານງານຫວຽດນາມ (VIOD) ໄດ້ຈັດເວທີປາໄສປະຈໍາປີຄັ້ງທີ 8 (AF8) ດ້ວຍຫົວຂໍ້ "ສະພາບໍລິຫານງານບຸກທະລຸ: ບືນຕົວຂຶ້ນພາກພື້ນ, ສ້າງຄວາມໄວ້ວາງໃຈ ແລະອິທິພົນຊື່ສຽງໃນຕະຫຼາດທຶນ”. ນີ້ແມ່ນເຫດການວິຊາການທີ່ມີຊື່ສຽງແຖວໜ້າຫວຽດນາມ ກ່ຽວກັບການຄຸ້ມຄອງບໍລິສັດທີ່ຕິດພັນກັບການພັດທະນາແບບຍືນຍົງ ແລະ ESG (ສິ່ງແວດລ້ອມ, ສັງຄົມ ແລະການຄຸ້ມຄອງ) ໂດຍ VIOD ຈັດຕັ້ງດ້ວຍການສະໜັບສະໜູນຈາກອົງການການເງິນສາກົນ (IFC), ກົມເສດຖະກິດສະຫະພັນສະວິດ (SECO), ຄະນະກຳມະການຫຼັກຊັບແຫ່ງລັດ ແລະໜ່ວຍງານທີ່ກ່ຽວຂ້ອງ.
    |
 |
|
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ເວທີປາໄສ. ພາບ: ຄະນະຈັດຕັ້ງ |
ຫົວຂໍ້ AF8 ປີນີ້ເນັ້ນໜັກເຖິງຄວາມສຳຄັນຂອງສອງປັດໄຈຫຼັກທີ່ບໍ່ເປັນການເງິນຫຼັກຂອງວິສາຫະກິດ: ຄວາມໄວ້ວາງໃຈ ແລະອິດທິພົນຊື່ສຽງ. ຈາກແງ່ມູມ ແລະການຕີລາຄາຂອງບັນດາກອງທຶນລົງທຶນວິຊາຊີບ ແລະບັນດານັກລົງທຶນທີ່ມີຄວາມຮັບຜິດຊອບ, ນີ້ແມ່ນສອງປັດໄຈສະແດງກໍາລັງຄວາມສາມາດໃນການແກ່ງແຍ້ງຍຸດທະສາດ, ແມ່ນ “ກໍາລັງອ່ອນ” ທີ່ຕົວເລກທີ່ນັບມື້ນັບໃຫຍ່ໃນການກຳນົດລາຄາວິສາຫະກິດຢູ່ຕະຫຼາດທຶນ. ບັນດາປະກອບຄຳເຫັນຢູ່ເວທີປາໄສເຕື້ອງເຖິງ “ຮູບພາບເສດຖະກິດທັງໝົດຂອງຫວຽດນາມ 2025-2026: ສົ່ງຜົນກະທົບເຖິງຕະຫຼາດຫຼັກຊັບ ແລະຕະຫຼາດການເງິນ”; ຍຸດທະສາດຕັ້ງທີ່ຕັ້ງຕະຫຼາດຫຼັກຊັບຫວຽດນາມ ໃນຂົງເຂດຄຸ້ມຄອງຜ່ານບັດຄະແນນຄຸ້ມຄອງບໍລິສັດອາຊຽນ (ACGS)...
ຕະຫຼາດຫຼັກຊັບຂອງຫວຽດນາມ ກຳລັງກາຍເປັນສິ່ງທີ່ໜ້າດູດດື່ມ ແລະມີທ່າແຮງທີ່ຈະດຶງດູດທຶນຈຳນວນຫຼວງຫຼາຍຈາກກອງທຶນລົງທຶນສາກົນ, ຄາດຄະເນວ່າສາມາດຂຶ້ນເຖິງ 3-5 ຕື້ໂດລາສະຫະລັດ ໃນໄລຍະສັ້ນ ຫຼັງຈາກການຍົກລະດັບຢ່າງເປັນທາງການ ແລະໃນໄລຍະຍາວສາມາດບັນລຸ 25 ຕື້ໂດລາສະຫະລັດໃນປີ 2030. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ປະກາດ Top VNCG50 2025 - ເຊີດຊູວິສາຫະກິດນໍາໜ້າໃຫ້ຄໍາໝັ້ນສັນຍາປະຕິບັດການຄຸ້ມຄອງບໍລິສັດທີ່ດີ ແລະມຸ່ງເຖິງຕົວເລກຊີ້ບອກ VNCG50.
ໂດຍ: ໄຊນີດາ