ນາຍົກລັດຖະມົນຕີ ຟ້າມມິງຈິງ: ລະດົມແຫຼ່ງກຳລັງໃນທົ່ວສັງຄົມເຂົ້າຮ່ວມການຊ່ວຍເຫຼືອກໍ່ສ້າງເຮືອນໃໝ່ ແລະສ້ອມແປງເຮືອນໃຫ້ແກ່ປະຊາຊົນ
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງດຳເນີນ “ບັ້ນເຄື່ອນໄຫວກວາງຈູງ” ຢ່າງຮີບດ່ວນວ່ອງໄວທີ່ສຸດ ດ້ວຍເປົ້າໝາຍກໍ່ສ້າງເຮືອນໃໝ່ໃຫ້ແກ່ປະຊາຊົນມີເຮືອນຖືກເສຍຫາຍໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026 ແລະສ້ອມແປງເຮືອນເປ່ເພໃຫ້ສຳເລັດກ່ອນວັນທີ 31 ເດືອນທັນວາ 2025...
    |
 |
|
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ. ພາບ: vov.vn |
ຕອນເຊົ້າວັນທີ 9 ທັນວາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການສູນກາງ ແລະກອງປະຊຸມທາງໄກກັບບັນດາອຳນາດການປົກຄອງທ້ອງຖິ່ນກ່ຽວກັບສະພາບການປະຕິບັດ “ບັ້ນເຄື່ອນໄຫວກວາງຈູງ” ກໍ່ສ້າງເຮືອນໃໝ່ ແລະສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກເສຍຫາຍ, ເປ່ເພຢ່າງໜັກໜ່ວງຍ້ອນພາຍຸນ້ຳຖ້ວມຄັ້ງຜ່ານມາຢ່າງຮີບດ່ວນ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການສ້າງເຮືອນໃໝ່, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນຄັ້ງນີ້ແມ່ນໄດ້ຮັບການໜູນຊ່ວຍຈາກຫຼາຍແຫຼ່ງລວມມີງົບປະມານຂອງສູນກາງ ແລະທ້ອງຖິ່ນ; ການໜູນຊ່ວຍຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະຕ່າງປະເທດ, ພິເສດແມ່ນປະຊາຄົມເຂດຊຸມຊົນ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງດຳເນີນ “ບັ້ນເຄື່ອນໄຫວກວາງຈູງ” ຢ່າງຮີບດ່ວນວ່ອງໄວທີ່ສຸດ ດ້ວຍເປົ້າໝາຍກໍ່ສ້າງເຮືອນໃໝ່ໃຫ້ແກ່ປະຊາຊົນມີເຮືອນຖືກເສຍຫາຍໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026 ແລະສ້ອມແປງເຮືອນຖືກເປ່ເພໃຫ້ສຳເລັດກ່ອນວັນທີ 31 ເດືອນທັນວາ 2025.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ