ໃນສະພາບການເສດຖະກິດໂລກໄດ້ຮັບຄວາມກົດດັນຈາກການຄ້າຫຼຸດຄວາມໄວລົງ ແລະຄວາມບໍ່ໝັ້ນຄົງດ້ານນະໂຍບາຍ, ຫວຽດນາມ ພວມພົ້ນເດັ່ນຂຶ້ນໃນພາກພື້ນ.

ບັນດາບົດລາຍງານສາກົນທີ່ໄດ້ປະກາດເມື່ອບໍ່ດົນມານີ້ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນນັບມື້ນັບເພີ່ມຂຶ້ນຕໍ່ກັບແງ່ຫວັງເສດຖະກິດໃນປີ 2025, ເມື່ອບັນດາເສົາຄໍ້າເຕີບໂຕຫຼັກສືບຕໍ່ສະແດງໃຫ້ເຫັນຄວາມສາມາດຟື້ນຟູຢ່າງແຂງແຮງ ແລະຍືນຍົງ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ດ້ວຍລະດັບລວມຍອດຜະລິດພາຍໃນ (GDP) 8,23% ໃນໄຕມາດທີ III/2025, ຫວຽດນາມ ສືບຕໍ່ນໍາໜ້າ 6 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນ ອາຊຽນ-6, ລື່ນກາຍ ໄທ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ ແລະສິງກະໂປ. ນີ້ກໍ່ເປັນໄຕມາດເຕີບໂຕສູງສຸດເທື່ອທີສອງຂອງ ຫວຽດນາມ ໃນໄລຍະປີ 2011-2025, ຫຼັງຈາກມີບາດກ້າວບຸກທະລຸທີ່ເຂັ້ມແຂງຈາກການລະບາດຂອງພະຍາດໂຄວິດ-19. ໃນ 9 ເດືອນ ທຳອິດ, GDP ເພີ່ມຂຶ້ນ 7.85%, ຮັກສາທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນພາກພື້ນ.

ເຖິງວ່າໄດ້ຮັບຜົນສະທ້ອນຈາກໄພພິບັດທຳມະຊາດ, ນໍ້າຖ້ວມຮ້າຍແຮງ, ສັບສົນໃນໄຕມາດ III/2025 ກໍ່ຕາມ, ແຕ່ຂະແໜງຜະລິດຍັງຄົງຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ດັດຊະນີບໍລິຫານການຈັດຊື້ (PMI) ໃນເດືອນພະຈິກ 2025 ບັນລຸ 53.8 ຄະແນນ, ຕໍ່າກວ່າເດືອນກ່ອນ, ແຕ່ຍັງຮັກສາ 50 ກວ່າຄະແນນໄວ້ໄດ້, ສະແດງໃຫ້ເຫັນວ່າ ເງື່ອນໄຂດໍາເນີນທຸລະກິດຍັງສືບຕໍ່ມີການປັບປຸງໃຫ້ດີຂຶ້ນ ແລະ ຂະແໜງການປຸງແຕ່ງ, ປະດິດຍັງຮັກສາທ່າຟື້ນຟູໄວ້ໄດ້ 5 ເດືອນລຽນຕິດກັນ.

ຂໍ້ມູນຫຼ້າສຸດຈາກກົມພາສີ ກໍ່ສະແດງໃຫ້ເຫັນວ່າ ຂະໜາດການຄ້າຂອງ ຫວຽດນາມ ສືບຕໍ່ເປີດກວ້າງຢ່າງໜ້າປະທັບໃຈ. ໄລ່ຮອດວັນທີ 15 ພະຈິກ 2025, ວົງເງິນນໍາເຂົ້າ-ສົ່ງອອກບັນລຸກວ່າ 801 ຕື້ໂດລາສະຫະລັດ - ເຊິ່ງແມ່ນລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ໂຄງປະກອບການສົ່ງອອກໄດ້ຫັນປ່ຽນຢ່າງແຂງແຮງໄປສູ່ກຸ່ມປຸງແຕ່ງຜະລິດຕະພັນຢ່າງເລິກເຊິ່ງ  ແລະເຕັກໂນໂລຢີສູງ, ສ່ອງແສງໃຫ້ເຫັນວິວັດການຍົກລະດັບທີ່ຕ້ັງໃນຕ່ອງໂສ້ມູນຄ່າທ່ົວໂລກ. ແຜນທີ່ຕະຫຼາດສົ່ງອອກຂອງຫວຽດນາມ ກໍ່ມີການປ່ຽນແປງຫຼາຍພໍສົມຄວນ; ຈາກຕະຫຼາດ ກວ່າ 20 ແຫ່ງໃນປີ 1991 ຕົ້ນຕໍແມ່ນຢູ່ອາຊີ-ປາຊີຟິກ, ມາຮອດປີ 2025 ຫວຽດນາມ ໄດ້ສ້າງຕັ້ງການພົວພັນການຄ້າກັບກວ່າ 230 ປະເທດ ແລະເຂດແຄ້ວນ.

ທ່າຟື້ນຟູຍັງໄດ້ຮັບການປັບປຸງຈາກແຫຼ່ງກໍາລັງສໍາຄັນອື່ນ. ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ປະຕິບັດຢູ່ຫວຽດນາມໃນ 10 ເດືອນຂອງປີ 2025 ຄາດວ່າບັນລຸ 21,3 ຕື້ໂດລາສະຫະລັດ, ເຊິ່ງແມ່ນອັດຕາສູງທີ່ສຸດເມື່ອຄິດໄລ່ຕາມຮອບວຽນ 10 ເດືອນ ໃນ 5 ປີມໍ່ໆມານີ້. ການບໍລິໂພກພາຍໃນປະເທດພື້ນພູຢ່າງແຂງແຮງ, ລາຍຮັບຂາຍຍ່ອຍຂອງ 10 ເດືອນ ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ກັບໄຕມາດປີກາຍນີ້, ໃນຂະນະນັ້ນ ຂະແໜງການທ່ອງທ່ຽວເພີ່ມຂຶ້ນດ້ວຍແຂກທ່ອງທ່ຽວສາກົນ 15,4 ລ້ານເທື່ອຄົນໃນ 9 ເດືອນຂອງປີ 2025.

ບົນພື້ນຖານນັ້ນ, ອົງການຈັດຕັ້ງການເງິນສາກົນຫຼາຍແຫ່ງໄດ້ດັດປັບຍົກລະດັບການຄາດຄະເນການເຕີບໂຕຂອງຫວຽດນາມ. ອົງການຮ່ວມມື ແລະພັດທະນາເສດຖະກິດ (OECD), ເຖິງວ່່າໄດ້ຮັບຮູ້ສິ່ງທ້າທາຍຈາກຄວາມຕ້ອງການທົ່ວໂລກຊຸດໂຊມລົງກໍ່ຕາມ, ແຕ່ກໍ່ຍັງຢືນຢັນວ່າ ເສດຖະກິດຫວຽດນາມ ຍັງຄົງຮັກສາທ່ີຕັ້ງໜ້າໄວ້ໄດ້, ດ້ວຍການຄາດຄະເນການເຕີບໂຕ 6,2% ໃນປີ 2026 ແລະ 5,8% ໃນປີ 2027.

ເຖິງຢ່າງໃດກໍ່ຕາມ, ບັນດາອົງການຈັດຕັ້ງສາກົນກໍ່ຍັງໄດ້ເອົາໃຈໃສ່ຕໍ່ຄວາມສ່ຽງທີ່ຫວຽດນາມ ອາດຈະປະເຊີນໜ້າ. ຄວາມຕ້ອງການໂລກເຊື່ອມໂຊມລົງໃນປີ 2026 ອາດຈະສົ່ງຜົນສະທ້ອນຕໍ່ການສົ່ງອອກ, ພິເສດແມ່ນອາເມລິກາ ຈະພິຈາລະນາເພີ່ມພາສີສົ່ງຕໍ່ ແລະຄຸມເຂັ້ມ ກົດລະບຽບກ່ຽວກັບແຫຼ່ງກໍາເນີດ.

ປະເຊີນໜ້າກັບສິ່ງທ້າທາຍເຫຼົ່ານີ້, OECD ສະເໜີໃຫ້ຫວຽດນາມ ສືບຕໍ່ປະຕິຮູບລະບອບລະບຽບການ ເພື່ອເພີ່ມສະມັດຕະພາບ ແລະ ຄຸນນະພາບການເຕີບໂຕ. ບັນດາຄໍາສະເໜີແນະທີ່ສໍາຄັນນີ້ລວມມີການປັບປຸງກອບນະໂຍບາຍເງິນຕາຕາມທິດຕະຫຼາດ, ເພີ່ມການແກ່ງແຍ້ງແຂ່ງຂັນໃນຂົງເຂດບໍລິການ,...

ໃນແງ່ມູມພາກພື້ນ, ການແບ່ງແຍກຢ່າງເລິກເຊິ່ງຂອງບັນດາພື້ນຖານເສດຖະກິດອາຊຽນ-6 ຍິ່ງເຮັດໃຫ້ທີ່ຕັ້ງຂອງຫວຽດນາມ ໃນໄຕມາດທີ III/2025 ພົ້ນເດັ່ນຂຶ້ນ, ມາເລເຊຍ ມີລະດັບເຕີບໂຕ 5,2% ແລະອິນໂດເນເຊຍ ຮັກສາວົງໂຄຈອນຢ່າງມີສະຖຽນລະພາບປະມານ 5% - ສອງກໍລະນີທີ່ຫາຍາກຍັງຮັກສາທ່າເປີດກວ້າງລະຫວ່າງສະພາບການຄ້າທົ່ວໂລກຫຼຸດຄວາມໄວລົງ.

ໃນທາງກົງກັນຂ້າມ, ພື້ນຖານເສດຖະກິດໃຫຍ່ຫຼາຍແຫ່ງກໍ່ກໍາລັງປະເຊີນກັບຄວາມກົດດັນການເຕີບໂຕຫຼຸດລົງ. GDP ຂອງຟີລິບປິນ ຫຼຸດລົງຢ່າງແຮງຍັງເຫຼືອ 4%, ຕໍ່າກວ່າການຄາດຄະເນຫຼາຍເມື່ອທຽບໃສ່ກັບການຄາດຄະເນ, ສ່ອງແສງໃຫ້ເຫັນຄວາມອ່ອນແອໃນການບໍລິໂພກຂອງຄອບຄົວ ແລະການລົງທຶນພາກເອກະຊົນ. ສິງກະໂປ-ພື້ນຖານເສດຖະກິດທີ່ພັດທະນາກວ່າໝູໃນອາຊຽນ ກໍມີທ່າຫຼຸດຄວາມໄວລົງ ດ້ວຍລະດັບເພີ່ມ GDP ຍັງເຫຼືອແຕ່ 2,9%, ຫຼຸດລົງຫຼາຍເມື່ອທຽບໃສ່ກັບລະດັບ 4,5% ຂອງໄຕມາດທີ II/2025, ເມື່ອຂະແໜງ ຜະລິດໄດ້ຮັບຜົນກະທົບຢ່າງຈະແຈ້ງຈາກການຜັນແປດ້ານພາສີ ແລະການຄ້າສາກົນ.

ປະເທດໄທ ຍັງຄົງເປັນຈຸດຕໍ່າສຸດໃນພາກພື້ນເມື່ອ GDP ໃນໄຕມາດທີ III/2025 ເພີ່ມຂຶ້ນພຽງແຕ່ 1,2% ເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ປີ 2021 ມານີ້. ສະພາບການຫຼຸດລົງໃນການຜະລິດສິນຄ້າ ແລະການເຕີບໂຕຂອງຂະແໜງທ່ອງທ່ຽວຍັງບໍ່ແຂງແຮງພໍ ເພື່ອມາທົດແທນໃຫ້ໂຄງປະກອບທີ່ອ່ອນແອ, ເຮັດໃຫ້ແງ່ຫວັງ 2025-2026 ຖືກຫຼຸດລົງຍັງເຫຼືອແຕ່ 1,2-2,2%.

ໃນສະພາບການນັ້ນ, ການເຕີບໂຕທີ່ໂດດເດັ່ນຂອງຫວຽດນາມ ຊ່ວຍກຳນົດພື້ນຖານເສດຖະກິດກາຍເປັນໜຶ່ງໃນບັນດາກໍາລັງແຮງໃໝ່ຂອງອາຊຽນ, ເມື່ອລະດັບເປີດກວ້າງເສດຖະກິດສູງທົບຫຼາຍເທົ່າເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ. ດ້ວຍຄວາມແຕກຕ່າງກ່ຽວກັບກໍາລັງແຮງເຕີບໂຕ, ຕາມວົງການນັກສັງເກດການສາກົນແລ້ວສະແດງໃຫ້ເຫັນວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ບ່ອນທີ່ຄວາມຄ່ອງແຄ້ວຂອງນະໂຍບາຍ, ຄຸນນະພາບຂອງພື້ນຖານໂຄງລ່າງການຜະລິດ-ການບໍລິການ ແລະລະດັບເປີດກວ້າງຂອງພື້ນຖານເສດຖະກິດ ຈະສືບຕໍ່ແມ່ນປັດໄຈຫຼັກແຫຼ່ງ, ຊ່ວຍຮັກສາທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດຂອງອາຊີ ໃນຊຸມປີຈະມາເຖິງ.

ໂດຍ: ໄຊນີດາ