ຍູ້ແຮງການຊອກຫາກາລະໂອກາດພັດທະນາ
ດ້ວຍ 57 ປະເທດສະມາຊິກຂອງອົງການຮ່ວມມືອິດສະລາມ (OIC) ແລະຊາວອິດສະລາມ 2,2 ກວ່າຕື້ຄົນໃນທົ່ວໂລກ, ຕະຫຼາດທ່ອງທ່ຽວ Halal ບໍ່ພຽງແຕ່ກວ້າງໃຫຍ່ດ້ານຂອບຂະໜາດເທົ່ານັ້ນ ຫາກຍັງເຕັມໄປດ້ວຍຄວາມສາມາດບົ່ມຊ້ອນດ້ານການໃຊ້ຈ່າຍອີກດ້ວຍ. ຕາມສະຖິຕິສາກົນ, ລາຍຈ່າຍການທ່ອງທ່ຽວຂອງຊາວອິດສະລາມທົ່ວໂລກ ບັນລຸກວ່າ 220 ຕື້ໂດລາສະຫະລັດ (ໃນປີ 2023) ແລະຄາດວ່າຈະລື່ນກາຍ 300 ຕື້ໂດລາສະຫະລັດ ໃນປີ 2026. ຫຼາຍປະເທດໃນໂລກກໍ່ກຳນົດວ່າ Halal ແມ່ນຕະຫຼາດເປົ້າໝາຍເພື່ອພັດທະນາການທ່ອງທ່ຽວ.
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ເຄີຍສະແດງຄວາມປາດຖະໜາຢາກພັດທະນາຂະແໜງ Halal ຂອງຫວຽດນາມ ໃຫ້ກາຍເປັນຂະແໜງການທີ່ມີທ່າແຮງຢ່າງແທດຈິງ, ນໍາຫວຽດນາມ ກາຍເປັນສະຖານທີ່ທີ່ຂາດບໍ່ໄດ້ໃນແຜນທີ່ Halal ທົ່ວໂລກ.
    |
 |
ນຳສະເໜີອາຫານການກິນຂອງຊາວອິດສະລາມ ທີ່ງານບຸນທ່ອງທ່ຽວຮ່າໂນ້ຍ 2025. ພາບ: qdnd.vn |
ໂດຍແມ່ນໜຶ່ງໃນບັນດາທ້ອງຖິ່ນແຖວໜ້າກ່ຽວກັບການທ່ອງທ່ຽວຢູ່ຫວຽດນາມ, ຮ່າໂນ້ຍ ພວມຊອກຫາກາລະໂອກາດກໍາແໜ້ນຕະຫຼາດນີ້ຢ່າງໄວວາ. ໃນຊຸມປີຜ່ານມາ, ແຂກທ່ອງທ່ຽວສາກົນທີ່ມາຈາກປະເທດທີ່ມີປະຊາຄົມຊາວອິດສະລາມຂະໜາດໃຫຍ່ມາຮ່າໂນ້ຍນັບມື້ນັບເພີ່ມຂຶ້ນ. ປີ 2024 ໄດ້ຮັບຮູ້ລະດັບການເຕີບໂຕຢ່າງແຂງແຮງຈາກຕະຫຼາດແຂກທ່ອງທ່ຽວອິນເດຍ, ມາເລເຊຍ, ອິນໂດເນເຊຍ, ບັງກະລາເທດ, ຕວກກີ, ຊາອຸດີ ອາຣາບີ, UAE, ອີຢິບ, ບຣູໄນ, ກາຕາ… ມາທ່ຽວຮ່າໂນ້ຍ ບັນລຸ 650.000 ຄົນ (ກວມເອົາປະມານ 15% ຈຳນວນນັກທ່ອງທ່ຽວສາກົນມາທ່ຽວຮ່າໂນ້ຍທັງໝົດ). ໃນ 5 ເດືອນຕົ້ນປີ 2025, ຈຳນວນນັກທ່ອງທ່ຽວຈາກບັນດາປະເທດທີ່ມີປະຊາຄົມຊາວອິດສະລາມຂະໜາດໃຫຍ່ມາທ່ຽວຮ່າໂນ້ຍ ສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄຽງຂ້າງການໝູນໃຊ້ທ່າໄດ້ປຽບທີ່ມີຢູ່ແລ້ວ, ຄື: ໂບດ Al-Noor ຢູ່ຖະໜົນຮ່າງເລືອກ, ເຮືອນເລກທີ 12, ເມືອງຮວ່ານກ໋ຽມ ມັກໄດ້ຮັບການຕີລາຄາຈາກແອັບການທ່ອງທ່ຽວສາກົນວ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດກັບແມ່ຍິງເຊິ່ງເປັນສິ່ງສຳຄັນທີ່ສຸດສຳລັບນັກທ່ອງທ່ຽວຊາວອິດສະລາມ, ປັດຈຸບັນ, ຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາສະຖານທີ່, ການບໍລິການທີ່ເປັນມິດກັບຊາວອິດສະລາມ... ດ້ວຍບັນດາທ່າໄດ້ປຽບນີ້, ທ່ານ ຫງວຽນກຸ໊ຍເຟືອງ ຫົວໜ້າຫ້ອງການພົວພັນສາກົນ ແລະສົ່ງເສີມການທ່ອງທ່ຽວ (ກົມທ່ອງທ່ຽວແຫ່ງຊາດຫວຽດນາມ) ຖືວ່າ ຮ່າໂນ້ຍ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອພັດທະນາການທ່ອງທ່ຽວ Halal ຢ່າງແຂງແຮງ. ທ່ານ ມຽວ Abbas, ປະທານ Halal ຫວຽດນາມ ກໍ່ຕີລາຄາວ່າ: “ດ້ວຍຖານະເປັນສູນການເມືອງ-ວັດທະນະທຳ-ການທ່ອງທ່ຽວຂອງທົ່ວປະເທດ, ຮ່າໂນ້ຍ ສາມາດນຳໜ້າໃນການສ້າງລະບົບນິເວດການທ່ອງທ່ຽວ Halal ທີ່ໄດ້ມາດຕະຖານ”.
ເປັນເຈົ້າການໃນການຕ້ອນຮັບແຂກທ່ອງທ່ຽວຊາວອິດສະລາມ
ເຖິງວ່າມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກໍ່ຕາມ, ແຕ່ເບິ່ງລວມແລ້ວ, ກໍ່ຄືບັນດາທ້ອງຖິ່ນອື່ນຂອງຫວຽດນາມ, ການທ່ອງທ່ຽວ Halal ຢູ່ຮ່າໂນ້ຍ ແມ່ນໃໝ່ອ່ຽມສະນັ້ນ ຕາມບັນດານັກຊ່ຽວຊານແລ້ວຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການຄຸ້ມຄອງ, ປະຊາຄົມວິສາຫະກິດ, ອົງການຈັດຕັ້ງສາກົນ ແລະບັນດາຄູ່ຮ່ວມມືພາຍໃນ ແລະຕ່າງປະເທດ.
ທ່ານ ຫງວຽນແມ້ງຖານ ປະທານສະມາຄົມທ່ອງທ່ຽວຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ: “ຍ້ອນຈຸດພິເສດທາງດ້ານສາສະໜາ, ຄວາມເຊື່ອຖື ແລະວັດທະນະທຳສະນັ້ນແຂກທ່ອງທ່ຽວ Halal ມີມາດຕະຖານທີ່ເຂັ້ມງວດ, ໂດຍສະເພາະແມ່ນຂໍ້ກຳນົດກ່ຽວກັບອາຫານການກິນ, ຊີວິດການເປັນຢູ່ທາງສາສະໜາ, ພ້ອມທັງເຄົາລົບບັນດາຄຸນຄ່າວັດທະນະທຳ, ຄວາມເຊື່ອຖື, ຮີດຄອງປະເພນີຂອງສາສະໜາອິດສະລາມ. ພວກເຮົາ ພວມຢູ່ໃນວິວັດການຫັນຄວາມຮັບຮູ້ໄປສູ່ການກະທໍາ ເພື່ອຍູ້ແຮງການພັດທະນາການທ່ອງທ່ຽວປະເພດນີ້. ເຖິງວ່າປະສົບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ຂ້າພະເຈົ້າ ກໍ່ຖືວ່າ ເຮັດຫຍັງກໍ່ຕ້ອງມີຄວາມສະດວກ, ຂໍ້ຫຍຸ້ງຍາກເພື່ອໃຫ້ພວກເຮົາໝູນໃຊ້ທ່າໄດ້ປຽບ ແລະແກ້ໄຂໄປນໍາກັນ”.
    |
 |
ນຳສະເໜີອາຫານການກິນຂອງຊາວອິດສະລາມ ທີ່ງານບຸນທ່ອງທ່ຽວຮ່າໂນ້ຍ 2025. ພາບ: qdnd.vn |
ເພື່ອແກ້ໄຂຄວາມບໍ່ເຂົ້າໃຈກ່ຽວກັບວັດທະນະທຳ Halal, ສິ່ງທີ່ເຫັນໄດ້ງ່າຍໃຫ້ແກ່ຄວາມປາດຖະໜາຢາກພັດທະນາຕະຫຼາດ Halal ຢູ່ຮ່າໂນ້ຍ ໃນໄລຍະມໍ່ໆມານີ້ແມ່ນຜ່ານງານບຸນທ່ອງທ່ຽວຮ່າໂນ້ຍ 2025 ດ້ວຍຫົວຂໍ້ “ຄົ້ນຫາຮ່າໂນ້ຍ ປີ 2025” ທີ່ຫາກໍ່ດຳເນີນໄປໃນອາທິດຜ່ານມານີ້. ໃນຂອບເຂດຂອງງານບຸນ, ເປັນຄັ້ງທຳອິດ, ມີຮ້ານອາຫານຂອງອິນເດຍ, ມາເລເຊຍ, ອີຣານ, ປາແລັດສະຕີນ ເຂົ້າຮ່ວມ... ຢູ່ທີ່ນີ້, ນັກທ່ອງທ່ຽວສາມາດຮັບປະທານອາຫານທີ່ອຸດົມສົມບູນຂອງປະເທດຕ່າງໆ, ພົບປະແລກປ່ຽນວັດທະນະທຳກັບປະຊາຄົມຊາວອິດສະລາມ.
ພະແນກການທ່ອງທ່ຽວຮ່າໂນ້ຍ ກໍ່ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ພັດທະນາຮູບແບບເຂົ້າຮ່ວມຄົ້ນຫາການທ່ອງທ່ຽວກະສິກຳທີ່ໄດ້ມາດຕະຖານ Halal” ເພື່ອຮັບຟັງຄຳປຶກສາຂອງບັນດານັກຊ່ຽວຊານໃນຂະແໜງການ. ທີ່ກອງປະຊຸມສຳມະນາ, ຜູ້ແທນຫຼາຍຄົນໄດ້ສະແດງຄວາມຍິນດີກັບການແບ່ງປັນຂອງທ່ານ ຫວໍຫງອັກເຮິນ ຜູ້ອໍານວຍການບໍລິຫານຂອງສວນຟານຢາແຊງ (ນະຄອນຍາຈາງ, ແຂວງແຄ໊ງຮ່ວາ) ຈາກສະພາບຕົວຈິງຂອງການຕ້ອນຮັບແຂກທ່ອງທ່ຽວຊາວອິດສະລາມ ຢູ່ສະຖານທີ່ທ່ອງທ່ຽວກະສິກຳທີ່ໄດ້ມາດຕະຖານ Halal ຂອງລາວ.
ທີ່ກອງປະຊຸມສຳມະນາ, ທ່ານ ມຽວ Abbas ສະແດງວ່າ “ພວກຂ້າພະເຈົ້າ ບໍ່ຖື Halal ເປັນທາງເລືອກທີ່ສໍາຮອງ, ຫາກແມ່ນກາລະໂອກາດຍຸດທະສາດເພື່ອໃຫ້ຫວຽດນາມ ຢືນຢັນທີ່ຕັ້ງຂອງຕົນຢູ່ຕະຫຼາດສາກົນ ດ້ວຍຄຸນນະພາບ, ຈັນຍາບັນ ແລະການກະກຽມຢ່າງລະອຽດ”. ທ່ານ ສະເໜີວ່າ: “ຮ່າໂນ້ຍ ຕ້ອງສ້າງຊຸດຄໍາແນະນຳ Halal ທີ່ໃຊ້ສະເພາະໃຫ້ແກ່ຂະແໜງການທ່ອງທ່ຽວ, ການບໍລິການຂອງນະຄອນ; ຈັດຕັ້ງຊຸດບໍາລຸງສ້າງ, ໃຫ້ຄຳປຶກສາເປັນປະຈຳໄລຍະ ເພື່ອຍົກສູງກຳລັງຄວາມສາມາດຜັນຂະຫຍາຍຂອງວິສາຫະກິດ, ສ້າງຕັ້ງສູນແນະນຳ ແລະສົ່ງເສີມການທ່ອງທ່ຽວ Halal ຮ່າໂນ້ຍ ເພື່ອເຊື່ອມຕໍ່ກັບຕະຫຼາດສາກົນ”.
ທ່ານ ເຈິ່ນຈຸງຮ໊ຽວ ຮອງຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ: “ທາງພະແນກຈະເປັນເສນາທິການໃນການສ້າງນະໂຍບາຍລະອຽດເພື່ອຊຸກຍູ້ການທ່ອງທ່ຽວ Halal ໃຫ້ເປັນຂະແໜງຍຸດທະສາດໃນການກໍານົດທິດເປີດກວ້າງຕະຫຼາດສາກົນດ້ວຍມາດຕະການລະອຽດດ້ານນະໂຍບາຍ, ການລົງທຶນ, ກໍ່ສ້າງຊັບພະຍາກອນມະນຸດ, ການສື່ສານ, ສົ່ງເສີມການເຂົ້າຮ່ວມຄົ້ນຫາການທ່ອງທ່ຽວ Halal”.
ໂດຍ: ໄຊຊະນະ