ນັກສຶກສາຫວຽດນາມ ຢູ່ປັກກິ່ງ ເສີມຂະຫຍາຍບົດບາດເປັນ “ຂົວຕໍ່ມິດຕະພາບ” ຫວຽດນາມ-ຈີນ
ກປ.ອອນໄລ - ຕອນບ່າຍວັນທີ 7 ມິຖຸນາ, ກອງປະຊຸມໃຫຍ່ຂອງສະມາຄົມນັກສຶກສາຫວຽດນາມ ຢູ່ປັກກິ່ງ ອາຍຸການ 2025-2027 ໄດ້ຈັດຂຶ້ນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳ ນະຄອນຫຼວງປັກກິ່ງ, ປະເທດຈີນ, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 50 ກວ່າຄົນທີ່ຕາງໜ້າໃຫ້ສະມາຊິກກວ່າ 800 ຄົນຂອງ 20 ມະຫາວິທະຍາໄລຢູ່ນະຄອນຫຼວງປັກກິ່ງ, ຈີນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຢຸຍຟອງ ທີ່ປຶກສາສະຖານທູດຫວຽດນາມ ປະຈຳ ຈີນ ປາດຖະໜາຢາກວ່າ ໃນໄລຍະຈະມາເຖິງ, ສະມາຄົມນັກສຶກສາຫວຽດນາມ ຢູ່ປັກກິ່ງ ແລະບັນດາສະມາຊິກຈະສືບຕໍ່ເສີມຂະຫຍາຍຄວາມກະຕືລືລົ້ນຂອງໄວໜຸ່ມ ແລະຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງສະມາຄົມເພື່ອປະຕິບັດໜ້າທີ່, ເປົ້າໝາຍທີ່ໄດ້ວາງອອກໃຫ້ດີຂຶ້ນ.
    |
 |
ຄະນະບໍລິຫານງານສະມາຄົມນັກສຶກສາຫວຽດນາມ ຢູ່ປັກກິ່ງ ອາຍຸການ 2025-2027 ໄດ້ຖ່າຍຮູບເປັນທີ່ລະນຶກກັບຜູ້ຕາງໜ້າການນຳຂອງສະຖານທູດ. ພາບ: nhandan.vn |
ທ່ານ ຮວ່າງມາຍຢ້ຽນ ເລຂາຜູ້ທີໜຶ່ງທີ່ຮັບຜິດຊອບການສຶກສາ ສະຖານທູດຫວຽດນາມ ປະຈໍາ ຈີນ ຮຽກຮ້ອງໃຫ້ສະມາຄົມນັກສຶກສາຫວຽດນາມ ຢູ່ປັກກິ່ງ ຕ້ອງເປັນເຈົ້າການເພີ່ມທະວີການພົບປະແລກປ່ຽນກັບບັນດານັກສຶກສາທີ່ມາຈາກບັນດາປະເທດ, ພິເສດແມ່ນບັນດານັກສຶກສາຈີນ ທີ່ຮຽນພາສາຫວຽດນາມ ຢູ່ບັນດາມະຫາວິທະຍາໄລຢູ່ປັກກິ່ງ, ຜ່ານບັນດາຮູບການ, ຄື: ການຈັດຕັ້ງສະໂມສອນ, ການສອບເສັງເວົ້າເກັ່ງ... ເພື່ອເສີມຂະຫຍາຍບົດບາດເປັນຂົວຕໍມິດຕະພາບ ຫວຽດນາມ-ຈີນ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານອາຍຸການ 2025-2027 ໂດຍລວມມີສະມາຊິກ 15 ຄົນ ແລະໄດ້ຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່.
ໂດຍ: ຈາງຫງວຽນ