ຊຸກຍູ້ການຮ່ວມມືລະຫວ່າງແຂວງຖາຍງວຽນ ແລະແຂວງ Gyeongsangbuk-do (ສ.ເກົາຫຼີ)
ຕອນຄ່ຳວັນທີ 9 ມິຖຸນາ, ຢູ່ນະຄອນຖາຍງວຽນ, ຄະນະກຳມະການປະຊາຊົນແຂວງຖາຍງວຽນ ໄດ້ສົມທົບກັບແຂວງ Gyeongsangbuk-do (ສ.ເກົາຫຼີ) ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືຂັ້ນທ້ອງຖິ່ນລະຫວ່າງສອງແຂວງ (21/02/2005 - 21/02/2025).
    |
 |
ຄະນະກຳມະການປະຊາຊົນແຂວງຖາຍງວຽນ ມອບໃບຍ້ອງຍໍໃຫ້ 12 ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວພົວພັນຕ່າງປະເທດລະຫວ່າງຖາຍງວຽນ ແລະແຂວງ Gyesongbuk-do. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິລວານ, ຮອງປະທານຄະນະກຳມະການແຂວງຖາຍງວຽນ ຢັ້ງຢືນວ່າ ພາຍຫຼັງ 2 ທົດສະວັດ, ການພົວພັນຮ່ວມມືລະຫວ່າງຖາຍງວຽນ ແລະ Gyeongsangbuk-do ນັບມື້ນັບພັດທະນາຢ່າງຮອບດ້ານ, ມີປະສິດທິຜົນ, ໃນບັນດາຂົງເຂດ: ເສດຖະກິດ, ການສຶກສາ, ສາທາລະນະສຸກ ແລະການພົບປະແລກປ່ຽນວັດທະນະທຳ. ໃນນັ້ນ, ຮູບແບບ “ໝູ່ບ້ານໃໝ່ Saemaul” ຢູ່ ຖາຍງວຽນ ແມ່ນຈຸດເດັ່ນໃນການຮ່ວມມື, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ.
ສ່ວນທ່ານ Kang Seok-Hee, ຮອງເຈົ້າແຂວງໆ Gyeongsangbuk-do, ສ.ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປີດກວ້າງ ແລະເຮັດໃຫ້ບັນດາການເຄື່ອນໄຫວຮ່ວມມືເລິກເຊິ່ງຂຶ້ນຕື່ມ, ພ້ອມກັນຂຽນຕໍ່ສັງກາດໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ ຢູ່ຂັ້ນທ້ອງຖິ່ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງສອງປະເທດ. ທ່ານ Kang Seok – Hee ຫວັງວ່າ ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ແຂວງ ຈະກາຍເປັນແບບຢ່າງທີ່ພົ້ນເດັ່ນກ່ຽວກັບການຮ່ວມມືສາກົນລະຫວ່າງບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ແລະຫວຽດນາມ ໃນອະນາຄົດ.
ໃນຂອບເຂດພິທີສະເຫຼີມສະຫຼອງ ກໍດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະຢ່າງຟົດຟື້ນກວ່າລະຫວ່າງ 2 ທ້ອງຖິ່ນ.
ແຫຼ່ງຄັດຈາກ: vovworld.vn