ເສີມຂະຫຍາຍພູມປັນຍາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກໍາລັງໜູນໃຫ້ບາດກ້າວບຸກທະລຸໃນການພັດທະນາປະເທດຊາດ
ກປ.ອອນໄລ - ຕອນບ່າຍວັນທີ 7 ມິຖຸນາ, ຢູ່ນະຄອນ Brussels, ປະເທດແບນຊິກ, ກອງປະຊຸມ “ເສີມຂະຫຍາຍແຫຼ່ງກໍາລັງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ເອີລົບ ເພື່ອຊຸກຍູ້ການພົວພັນ ຫວຽດນາມ - ອີຢູ” ໄດ້ຈັດຂຶ້ນໃນບັນຍາກາດອັນສະຫງ່າລາສີ ແລະເຕັມໄປດ້ວຍຄວາມຫວັງ.
ກອງປະຊຸມແມ່ນສ່ວນໜຶ່ງຂອງບັນດາການເຄື່ອນໄຫວຂອງກະຊວງການຕ່າງປະເທດ ສົມທົບກັນກັບສະຖານທູດຫວຽດນາມ ປະຈຳ ແບນຊິກ ແລະ Luxembourg ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະສະຫະພາບເອີລົບ (ອີຢູ).
ນັກປັນຍາຊົນ, ນັກທຸລະກິດ ແລະນັກຄົ້ນຄ້ວາ 500 ກວ່າຄົນທີ່ມາຈາກ 20 ປະເທດເອີລົບ ໄດ້ເຕົ້າໂຮມກັນຢູ່ນະຄອນຫຼວງ Brussels ເພື່ອແລກປ່ຽນ, ສະເໜີ ແລະເຊື່ອມຕໍ່ເຂົ້າກັບບັນດາຜູ້ແທນພາຍໃນປະເທດຢ່າງແທດຈິງ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ນີ້ແມ່ນຄັ້ງທຳອິດທີ່ປະຊາຄົມຊາວຫວຽດນາມ ອາໄສຢູ່ເອີລົບ ໄດ້ພົບປະ, ເຈລະຈາໂດຍກົງກັບບັນດາການນຳຂັ້ນສູງຂອງບັນດາກະຊວງ, ຂະແໜງການ, ຄື: ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະສິ່ງແວດລ້ອມ, ຜູ້ຕາງໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ກອງປະຊຸມໄດ້ກາຍເປັນບ່ອນພົບປະພິເສດເພື່ອໃຫ້ບັນດານັກປັນຍາຊົນ ແລະນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວເອີລົບ ແບ່ງປັນວິໄສທັດ, ປະກອບສ່ວນເຂົ້າໃນຂະບວນການສ້າງສາ ແລະພັດທະນາປະເທດ, ກໍ່ຄືເພີ່ມທະວີການຮ່ວມມືຫວຽດນາມ - ອີຢູ.
ກອງປະຊຸມໄດ້ຮັບບົດປະກອບຄໍາເຫັນທີ່ເລິກເຊິ່ງ 20 ກວ່າບົດ ຂອງບັນດານັກວິທະຍາສາດ, ນັກທຸລະກິດ, ນັກປັນຍາຊົນທີ່ທີ່ມີເຊື້ອຊາດຫວຽດນາມ ທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ຫຼາຍປະເທດເອີລົບ. ຈຸດພົ້ນເດັ່ນອັນໜຶ່ງຂອງກອງປະຊຸມແມ່ນຄວາມເຫັນດີເຫັນພ້ອມໃນການປະກອບສ່ວນ, ພິເສດແມ່ນການຕອບສະໜອງຢ່າງແຂງແຮງຕໍ່ມະຕິ 57 ຂອງກົມການເມືອງ, ໄດ້ກຳນົດຢ່າງຈະແຈ້ງເປົ້າໝາຍດຶງດູດແຫຼ່ງກຳລັງນັກປັນຍາຊົນຫວຽດນາມ ໃນທົ່ວໂລກ ເພື່ອຮັບໃຊ້ໃຫ້ແກ່ພາລະກິດສ້າງສາປະເທດຊາດເຂັ້ມແຂງຮອດປີ 2045.
ໂດຍ: ຈາງຫງວຽນ