ຫວຽດນາມ ລົງນາມໃນບັນດາຂໍ້ຕົກລົງນຳເຂົ້າຜະລິດຕະພັນກະເສດທີ່ມີມູນຄ່າເກືອບ 3 ຕື້ໂດລາສະຫະລັດ ຈາກອາເມລິກາ
ກປ.ອອນໄລ - “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບ ເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ໂດລາສະຫະລັດ, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ໂດລາສະຫະລັດ, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."
ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນກະຊວງກະສິກຳ ແລະສິ່ງແວດລ້ອມ ຫວຽດນາມ ຢູ່ບັນດາລັດ Iowa, Ohio, Maryland ແລະນະຄອນຫຼວງ ວໍຊິງຕັນ (ອາເມລິກາ) ແຕ່ວັນທີ 2 – 6 ມິຖຸນາ. ນີ້ແມ່ນບາດກ້າວສຳຄັນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ.
    |
 |
ທ່ານລັດຖະມົນຕີ ໂດະດຶກຢຸຍ ເປັນປະທານວາລະປຶກສາຫາລືກ່ຽວກັບການເພີ່ມທະວີການແລກປ່ຽນການຄ້າສອງສົ້ນ. ພາບ: VOV |
ຄະນະປະຕິບັດງານໂດຍທ່ານລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ຫວຽດນາມ, ໂດະດຶກຢຸຍ ນຳໜ້າຄະນະຜູ້ແທນລວມມີຜູ້ຕາງໜ້າຂອງເກືອບ 50 ອົງການ, ວິສາຫະກິດກະສິກຳ ແລະ ສະຫະສະມາຄົມ ເດີນທາງໄປຍັງ ອາເມລິກາ ເພື່ອແນໃສ່ຊຸກຍູ້ການຄ້າສອງສົ້ນ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການປະຕິບັດງານຄັ້ງນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ໂດະດຶກຢຸຍ ຢັ້ງຢືນວ່າ:
“ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈເກືອບ 3 ຕື້ ໂດລາສະຫະລັດ, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ໂດລາສະຫະລັດ, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ. ທີສອງແມ່ນ, ຜ່ານບັນດາເວທີປາໄສ, ການພົບປະ, ປະຊາຄົມວິສາຫະກິດຂອງ ຫວຽດນາມ ແລະອາເມລິກາ ໄດ້ມີຂໍ້ມູນຢ່າງຄົບຖ້ວນເພື່ອມີເງື່ອນໄຂສຳພັດ, ເປີດກວ້າງຕະຫຼາດ, ປະຕິບັດບັນດາການເຄື່ອນໄຫວຮ່ວມມື, ລົງທຶນ, ດຳເນີນທຸລະກິດໃນຂົງເຂດການຄ້າສິນກະເສດສອງສົ້ນລະຫວ່າງສອງປະເທດ.”
ໂດຍ: ກວຽດເຕິມ