ຈຸດພົ້ນເດັ່ນຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນຍົກໃຫ້ເຫັນບັນດາຜົນງານບຸກທະລຸຂອງຂະແໜງສິນໃນນັ້ນຫວຽດນາມ ໄລຍະ 2020-2025, ໂດຍສະແດງໃຫ້ເຫັນບັນດາບາດກ້າວບຸກທະລຸທີ່ໜ້າປະທັບໃຈເມື່ອເພີ່ມມູນຄ່າສົ່ງອອກຈາກ 8,5 ຕື້ໂດລາສະຫະລັດ (ໃນປີ 2020) ຂຶ້ນເປັນ 9 ຕື້ໂດລາສະຫະລັດ (ໃນປີ 2021), ເຕີບໂຕຢ່າງວ່ອງໄວ ເພື່ອບຸກທະລຸບັນລຸລະດັບ 11 ຕື້ໂດລາສະຫະລັດ (ໃນປີ 2020).

ການສົ່ງອອກສິນໃນນໍ້າຟື້ນຕົວເທື່ອລະກ້າວ ແລະເພີ່ມຂຶ້ນໃນແຕ່ລະປີ, ປີ 2023 ຍັງຄົງຢູ່ 9 ຕື້ໂດລາສະຫະລັດ ແລະປີ 2024 ເຕີບໂຕຄືນໃໝ່ ບັນລຸກວ່າ 10 ຕື້ໂດລາສະຫະລັດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ VASEP. ພາບ: qdnd.vn
leftcenterrightdel
ບັນດາວິສາຫະກິດປຸງແຕ່ງ ແລະສົ່ງອອກສິນໃນນໍ້າລ້ວນແຕ່ມີລາຍຮັບ ແລະການຟື້ນຟູຢ່າງຈະແຈ້ງ. ພາບປະກອບ: ສໍານັກຂ່າວສານຫວຽດນາມ

ການນຳ VASEP ເນັ້ນໜັກວ່າ ນີ້ແມ່ນໂອກາດສຳຄັນເພື່ອໃຫ້ທົ່ວຂະແໜງເບິ່ງຄືນໃນ 5 ປີຜ່ານມາ, ພ້ອມກັນນັ້ນກໍ່ປຶກສາຫາລື ແລະເຫັນດີເປັນເອກະພາບບັນດາການກໍານົດທິດຍຸດທະສາດໃນໄລຍະຕໍ່ໄປ. ເປົ້າໝາຍລວມແມ່ນຍົກສູງບົດບາດຂອງສະຫະສະມາຄົມ, ເພີ່ມທະວີກຳລັງແຮງເຊື່ອມຕໍ່ຂອງບັນດາວິສາຫະກິດສະມາຊິກ ແລະຊຸກຍູ້ພັດທະນາຂະແໜງສິນໃນນໍ້າຂອງຫວຽດນາມ ແບບຍືນຍົງ ໃນສະພາບການໃໝ່.

ເປົ້າໝາຍຮອດປີ 2030 ແມ່ນນໍາຂະແໜງສິນໃນນໍ້າຫວຽດນາມ ພັດທະນາຕາມທິດທັນສະໄໝ, ຍືນຍົງ ແລະມີກໍາລັງຄວາມສາມາດແກ່ງແຍ້ງທົ່ວໂລກ, ດ້ວຍວົງເງິນສົ່ງອອກບັນລຸ 14 - 16 ຕື້ໂດລາສະຫະລັດ.

ໂດຍ: ທະນາພອນ