leftcenterrightdel
ທ່ານນາງ ເຈິ່ນທູກີ່ນ, ທີ່ປຶກສາດ້ານການຄ້າ, ສະຖານທູດ ຫວຽດນາມ ປະຈຳ ການາດາ. ພາບ: tapchicongthuong.vn

ດ້ວຍປະຊາຄົມເຊື້ອຊາດ ອາຊີ ປະມານ 7 ລ້ານຄົນ, ການາດາ ພວມກາຍເປັນຕະຫຼາດຈຳໜ່າຍເຂົ້າສານທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ໃນສະພາບທີ່ປະເທດນີ້ພວມຊອກຫາວິທີເພື່ອຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ ແລະຫຼຸດຜ່ອນການເອືື່ອຍອີງຄູ່ຮ່ວມມືໜຶ່ງຄື ອາເມລິກາ, ນີ້ແມ່ນໂອກາດດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງຕະຫຼາດສົ່ງອອກເຂົ້າສານ.

ທ່ານນາງ ເຈິ່ນທູກີ່ນ, ທີ່ປຶກສາດ້ານການຄ້າ, ສະຖານທູດ ຫວຽດນາມ ປະຈຳ ການາດາ, ໃຫ້ຮູ້ວ່າ:

“ການາດາ ແມ່ນ 1 ໃນຈຳນວນ 7 ປະເທດນຳເຂົ້າ ເຂົ້າສານຫຼາຍທີ່ສຸດໃນໂລກດ້ວຍຄວາມຕ້ອງການປະມານ 500 ລ້ານ ໂດລາສະຫະລັດ/ປີ ແລະມີທ່າອ່ຽງເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ການາດາ ໄດ້ນຳເຂົ້າ ເຂົ້າສານຈາກ ອາເມລິກາ ເປັນຕົ້ນ, ກວມເອົາກວ່າ 50% ອັດຕາສ່ວນຕະຫຼາດ. ຫວຽດນາມ ຫາກໍເລີ່ມເພີ່ມອັດຕາສ່ວນເຂົ້າສານຢູ່ການາດາ ຜ່ານສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະຕ້ອງມີການຕ້ອນຮັບຢ່າງຕັ້ງໜ້າສຳລັບເຂົ້າສານປະເພດ ST25”.

ປະຈຸບັນ, ຫວຽດນາມ ລອດເຂົ້າບັນຊີລາຍຊື່ 5 ປະເທດສົ່ງອອກເຂົ້າສານແຖວໜ້າເຂົ້າ ການາດາ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ