ສັງກາດດີຈີຕອນ ບັງຄັບໃຫ້ສື່ມວນຊົນຕ້ອງມີການປ່ຽນແປງ
ໃນສັງກາດດີຈີຕອນ - ຍຸກສະໄໝຂອງຂໍ້ມູນໃຫຍ່ (Big Data), ສື່ສັງຄົມ ແລະປັນຍາປະດິດ - ສື່ມວນຊົນບໍ່ພຽງແຕ່ຢືນຢູ່ຕໍ່ໜ້າໂອກາດປ່ຽນແປງໃໝ່ຢ່າງແຂງແຮງເທົ່ານັ້ນ ຫາກຍັງຕ້ອງປະເຊີນໜ້າກັບຂໍ້ຄົງຄ້າງຫຼາຍຢ່າງ, ສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ຈາກບ່ອນທີ່ເປັນຜູ້ “ຍາມປະຕູຖານຂໍ້ມູນ”, ປະຈຸບັນສື່ມວນຊົນຕ້ອງໄດ້ແບ່ງປັນບົດບາດກັບບຸກຄົນໃນສື່ສັງຄົມນັບຫຼາຍລ້ານຄົນ. ບັນດາຂໍ້ມູນທີ່ແຜ່ຂະຫຍາຍບໍ່ໄດ້ຜ່ານການກວດກາ... ພວມນັບມື້ນັບຍູ້ສື່ມວນຊົນທາງການໃຫ້ຕົກເຂົ້າສູ່ທ່າຮັບ.
ໜຶ່ງໃນບັນດາຂໍ້ຄົງຄ້າງໃຫຍ່ທີ່ສຸດແມ່ນການຫຼຸດຜ່ອນຄວາມໄວ້ເນື່ອເຊື່ອໃຈຂອງມວນຊົນທີ່ມີຕໍ່ສື່ມວນຊົນແບບດັ້ງເດີມ. ເມື່ອຜູ້ຊົມຜູ້ອ່ານເຂົ້າເຖິງ “fake news” (ຂ່າວປອມ), ຍ້ອນວ່າເນື້ອໃນແມ່ນປັນຍາປະດິດສ້າງຂຶ້ນ ເຊິ່ງຕົ້ນກຳເນີດບໍ່ຈະແຈ້ງ, ສື່ມວນຊົນຕ້ອງລົ້ມລຸກຄຸກຄານເພື່ອຮັກສາອິດທິພົນຊື່ສຽງ, ຄຸນນະພາບ ແລະສີສັນອາຊີບ. ໃນຂະນະນັ້ນ, ການແຂ່ງຂັນຍາດຊິງເອົາ “ຈຳນວນຜູ້ອ່ານ”, “ລະດັບຄວາມປົກຄຸມ” ເຮັດໃຫ້ຫຼາຍອົງການສື່ມວນຊົນມີຄວາມກະວົນກະວາຍ, ສັບສົນລະຫວ່າງການຮັກສາຄຸນສົມບັດອາຊີບນັກຂ່າວ ຫຼື ແລ່ນຕາມກະແສນິຍົມໄລຍະສັ້ນ.
ຮູບແບບເສດຖະກິດສື່ມວນຊົນແບບດັ້ງເດີມກໍ່ກຳລັງເຜີຍໃຫ້ເຫັນຂໍ້ບົກພ່ອງຄົງຄ້າງ. ລາຍຮັບຈາກການຈຳໜ່າຍ ແລະໂຄສະນາໃນຮູບແບບພິມນັບມື້ນັບຫຼຸດລົງ, ໃນຂະນະນັ້ນຢູ່ຫຼາຍປະເທດຮູບແບບການເກັບຄ່າທຳນຽມເນື້ອໃນດີຈີຕອນຍັງບໍ່ທັນມີປະສິດທິຜົນຢ່າງແທ້ຈິງ, ໃນນັ້ນມີຫວຽດນາມ. ມີຫຼາຍສຳນັກຂ່າວສານຕ້ອງຫຼຸດບຸກຄະລາກອນ, ຫຼຸດເນື້ອໃນ, ພາໃຫ້ຄຸນນະພາບຂ່າວ ແລະບົດໄດ້ຮັບຜົນສະທ້ອນ.
ຍິ່ງໄປກວ່ານັ້ນ, ເຕັກໂນໂລຢີພວມປ່ຽນແປງວິທີການເຮັດຂ່າວໄວກວ່າຄວາມສາມາດປັບຕົວໃຫ້ແທດເໝາະຂອງຖັນແຖວນັກຂ່າວ. ເລື່ອງຂາດທັກສະດີຈີຕອນ, ຄວາມສາມາດນຳໃຊ້ເຕັກໂນໂລຢີໃໝ່, ຄື: AI, ວິເຄາະຂໍ້ມູນໃຫຍ່ (big data), ຕັດຕໍ່ຮູບເງົາດີຈີຕອນ (digital storytelling)... ເຮັດໃຫ້ໄລຍະຫ່າງລະຫວ່າງສື່ມວນຊົນອາຊີບ ແລະບັນດາພື້ນຖານເຕັກໂນໂລຢີນັບມື້ນັບຂະຫຍາຍກວ້າງອອກ.
ເຖິງຢ່າງໃດກໍ່ຕາມ, ໃນຂໍ້ຄົງຄ້າງດັ່ງກ່າວນັ້ນເອງມີໂອກາດປ່ຽນແປງໃໝ່ຢ່າງເລິກເຊິ່ງ. ສື່ມວນຊົນຕ້ອງກຳນົດຕົນເອງຄືນໃໝ່ບໍ່ພຽງແຕ່ມີບົດບາດລົງຂ່າວເທົ່ານັ້ນ ຫາກຍັງຕ້ອງແມ່ນບ່ອນສ້າງຄວາມໄວ້ເນື້ອເຊື່ອໃຈ. ໃນຂະບວນການຫັນເປັນດີຈີຕອນ, ຜູ້ອ່ານບໍ່ຕ້ອງການຂໍ້ມູນຕື່ມອີກ - ເຂົາເຈົ້າມີແຕ່ຕ້ອງການການຊັກນຳ, ກວດແກ້ ແລະວິເຄາະໄຈ້ແຍກ. ແລະກໍ່ຈາກບ່ອນນີ້, ບົດບາດຂອງນັກຂ່າວບໍ່ພຽງແຕ່ແມ່ນຜູ້ເລົ່າເລື່ອງເທົ່ານັ້ນ ຫາກຍັງແມ່ນຜູ້ສົ່ງແຮງບັນດານໃຈ, ເປັນຜູ້ຮັກສາສິນທຳ, ຈັນຍາບັນອາຊີບໃນທ່າມກາງການປ່ຽນແປງຕ່າງໆນາໆປະການ.
ມາດຕະການໃດເພື່ອໃຫ້ສື່ມວນຊົນເສີມຂະຫຍາຍບົດບາດຊັກນຳໃນສັງກາດດີຈີຕອນຢ່າງແທ້ຈິງ?
ກ່ອນອື່ນໝົດ, ສື່ມວນຊົນຕ້ອງກຳນົດຕົນເອງຄືນໃໝ່. ໃນໂລກແຫ່ງນີ້ຜູ້ອ່ານສາມາດເຂົ້າເຖິງຫຼາຍລ້ານຂໍ້ມູນໃນແຕ່ລະມື້, ສິ່ງທີ່ເຂົາເຈົ້າ ຕ້ອງການບໍ່ພຽງແຕ່ແມ່ນ “ຂ່າວສົດໆຮ້ອນໆ” ເທົ່ານັ້ນ ຫາກຍັງແມ່ນບັນດາຂໍ້ມູນທີ່ຖືກຕ້ອງຊັດເຈນ, ໄດ້ຜ່ານການກວດກາ, ຢັ້ງຢືນ, ນຳມາເຊິ່ງຄວາມເລິກເຊິ່ງແນ່ນອນ. ນີ້ແມ່ນການດໍາລົງຊີວິດຕົ້ນຕໍຂອງສື່ມວນຊົນທີ່ເປັນມືອາຊີບ - ບ່ອນທີ່ຖືຄຸນນະພາບສູງກວ່າປະລິມານ.
ເພື່ອເຮັດໄດ້ສິ່ງດັ່ງກ່າວ, ສຳນັກຂ່າວສານແຫ່ງຕ່າງໆຕ້ອງລົງທຶນຢ່າງແຂງແຮງເຂົ້າໃນການຫັນເປັນດີຈີຕອນຕາມທິດອັດສະລິຍະ ແລະປະດິດສ້າງ. ບໍ່ແມ່ນວ່າມີ website, fanpage ແລ້ວກໍ່ “ຫັນເປັນດີຈີຕອນ” ໂລດ. ຕ້ອງສ້າງລະບົບນິເວດເນື້ອໃນໃຫ້ມີຫຼາຍພື້ນຖານ, ນັບແຕ່ໜັງສືພິມເອເລັກໂຕນິກ, ສື່ສັງຄົມ, podcast ຈົນຮອດວິດີໂອສັ້ນ. ຕ້ອງໝູນໃຊ້ປັນຍາປະດິດ ເພື່ອໜູນຊ່ວຍການບັນນາທິການ. ຕ້ອງຮູ້ວິທີຫັນຂໍ້ມູນໃຫ້ເປັນຊັບສິນ, ຫັນເຕັກໂນໂລຢີໃຫ້ເປັນເຄື່ອງມືຍົກລະດັບເນື້ອໃນ. ແທນທີ່ຄວາມເປັນຫ່ວງເປັນໃຍຢ້ານ AI ມາແທນບ່ອນຕົວເອງ, ຈົ່ງປະໃຫ້ AI ຮ່ວມເດີນທາງໄປພ້ອມກັບຕົວເອງ, ເປັນຜູ້ຊ່ວຍໃຫ້ນັກຂ່າວ - ເພື່ອໃຫ້ເຂົາເຈົ້າ ສຸມໃສ່ສິ່ງທີ່ຄົນເຮົາເຮັດດີທີ່ສຸດ.
ຄຽງຂ້າງກັນນັ້ນ, ວຽກງານບຳລຸງສ້າງ ແລະບຳລຸງສ້າງຖັນແຖວພະນັກງານເຮັດຂ່າວຄືນໃໝ່ແມ່ນຫຼັກແຫຼ່ງແກ່ນສານ. ນັກຂ່າວໃນຍຸກດີຈີຕອນບໍ່ພຽງແຕ່ຂຽນເກັ່ງເທົ່ານັ້ນ ຫາກຍັງຕ້ອງຮູ້ວິທີເລົ່າເລື່ອງດ້ວຍຮູບພາບ, ຕັດຕໍ່ວິດີໂອ, ອັດສຽງ podcast, ນໍາໃຊ້ເຄື່ອງມືດີຈີຕອນ, ເຮັດວຽກກັບຂໍ້ມູນໃຫຍ່. ບັນດາໂຮງຮຽນກໍ່ສ້າງສື່ມວນຊົນຕ້ອງອັບເດດຫຼັກສູດການສິດສອນ, ເພີ່ມທະວີການຮ່ວມມືສາກົນ, ນຳເຕັກໂນໂລຢີໃໝ່, ຄື: ປັນຍາປະດີດ, ສື່ມວນຊົນຂໍ້ມູນ... ເຂົ້າໃນຫຼັກສູດ. ຢູ່ສຳນັກຂ່າວສານ, ກໍ່ຕ້ອງມີກົນໄກຮ່ຳຮຽນຕະຫຼອດຊີວິດ, ອັບເດດຢ່າງຕໍ່ເນື່ອງ, ສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ ແລະສຳຄັນທີ່ສຸດແມ່ນຮັກສາຄຸນສົມບັດອາຊີບ - ເຂັມທິດຂອງທຸກການຫັນປ່ຽນ.
ມາດຕະການພິເສດສຳຄັນແມ່ນການສ້າງຍຸດທະສາດສື່ສານແຫ່ງຊາດໃນສັງກາດດີຈີຕອນ, ໃນນັ້ນສື່ມວນຊົນທາງການໄດ້ສວມບົດບາດເປັນ “ພື້ນຖານດ້ານຂໍ້ມູນທີ່ໜ້າເຊື່ອຖື”. ລັດ ຄວນຮັບຮູ້ວ່າ ສື່ມວນຊົນຄືດັ່ງປະຖົມປັດໄຈໜຶ່ງທີ່ມີຄວາມສຳຄັນໃນການປົກປ້ອງພື້ນຖານແນວຄິດ, ຮັກສາວັດທະນະທຳຂອງຊາດ, ກຳນົດສີສັນແຫ່ງຊາດ. ຕ້ອງມີຍຸດທະສາດຍາວນານ ເພື່ອພັດທະນາສື່ມວນຊົນບໍ່ພຽງແຕ່ພາຍໃນປະເທດເທົ່ານັ້ນ ຫາກຍັງອອກສູ່ໂລກ - ຜ່ານບັນດາຜະລິດຕະພັນຫຼາຍພາສາ, ຮ່ວມມືກັບສາກົນ, ໂຄສະນາເຜີຍແຜ່ຮູບພາບຫວຽດນາມ ອອກສູ່ທົ່ວໂລກ.
ສຸດທ້າຍ, ເພື່ອໃຫ້ທຸກມາດຕະການມີຊີວິດຊີວາ, ຕ້ອງປຸກລຸກຈິດໃຈເຮັດອາຊີບຢ່າງມີຫົວຄິດປະດິດສ້າງ ແລະຮັບໃຊ້ຢູ່ໃນຕົວຂອງນັກຂ່າວແຕ່ລະຄົນ. ແລະທຸກເຕັກໂນໂລຢີ ຈະມີການປ່ຽນແປງ, ທຸກຮູບແບບຈະມີການຫັນປ່ຽນ, ແຕ່ວ່າຄວາມຄາດຫວັງແມ່ນຢາກເວົ້າຄວາມຈິງ, ຮ່ວມເດີນທາງພ້ອມກັບປະຊາຊົນ, ປຸກລຸກຄຸນຄ່າອັນດີງາມນັ້ນ - ບໍ່ຫຼ້າສະໄໝ. ສື່ມວນຊົນ ຈະບໍ່ຫາຍໄປ, ຖ້າວ່ານັກຂ່າວບໍ່ປະອຸດົມການຂອງຕົນ. ແລະກໍ່ແມ່ນຈາກສັງກາດດີຈີຕອນ - ຄ້າຍຄືວ່າມີແຕ່ອັນຕະລາຍນາບຂູ່ - ແຕ່ວ່າມັນເປີດໂອກາດຄຳ ເພື່ອໃຫ້ສື່ມວນຊົນຫວຽດນາມ ປັບປ່ຽນຕົວເອງຢ່າງແຂງແຮງ, ເພື່ອສືບຕໍ່ສ້າງພາລະກຳອັນສູງສົ່ງຂອງຕົນໃນຮູບຮ່າງໃໝ່: ມີຄຸນທາດກວ່າ, ສະຫຼາດກວ່າ ແລະໃກ້ຊິດຕິດແທດກັບປະຊາຊົນຍິ່ງກວ່າເວລາໃດໝົດ.
ໂດຍ: ແສງເດືອນ