ທ່ານ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ຫວຽດນາມ ພ້ອມທີ່ຈະເປີດປະຕູຕະຫຼາດ, ສະຫງວນນະໂຍບາຍພິເສດຕື່ມອີກໃຫ້ແກ່ສິນຄ້າສົ່ງອອກຂອງອາເມລິກາ ແລະສະເໜີໃຫ້ອາເມລິກາ ມີບາດກ້າວເດີນທີ່ທຽບເທົ່າ.

ທີ່ການພົບປະ, ທ່ານ ຫງວຽນຮົ່ງຢຽນ ໄດ້ສົ່ງສານຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຖິງທ່ານ Roger Marshall, ຢັ້ງຢືນຄວາມຕັດສິນໃຈຂອງຫວຽດນາມ ໃນການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາເມລິກາ; ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍ, ເພື່ອຜົນປະໂຫຍດລວມຂອງປະຊາຊົນ ແລະວິສາຫະກິດຂອງສອງປະເທດ. 

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເຮັດວຽກກັບທ່ານ Roger Marshall ສະມາຊິກສະພາສູງອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ. 

ກ່ຽວກັບວິວັດການເຈລະຈາສັນຍາການຄ້າເຊິ່ງກັນ ແລະກັນ ລະຫວ່າງສອງປະເທດໃນປັດຈຸບັນ, ທ່ານ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍໃນການເຈລະຈາກັບອາເມລິກາ ເພື່ອແນໃສ່ມຸ່ງໄປເຖິງສັນຍາສອງຝ່າຍບົນພື້ນຖານເຄົາລົບອະທິປະໄຕ, ສິດເປັນເຈົ້າຕົນເອງ, ລະບອບລະບຽບການເມືອງ, ກົມກຽວ, ດຸ່ນດ່ຽງທາງດ້ານຜົນປະໂຫຍດ ແລະສອດຄ່ອງກັບຄຳໝັ້ນສັນຍາສາກົນ ແລະລະດັບການພັດທະນາຂອງແຕ່ລະປະເທດ.

ທ່ານ ຫງວຽນຮົ່ງຢຽນ ສະແດງຄວາມປາດຖະໜາວ່າ ທ່ານ Roger Marshall, ດ້ວຍອິດທິພົນຊື່ສຽງທາງດ້ານການເມືອງໃນພັກສາທາລະນະລັດ ແລະຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບບັນຫາການຄ້າ, ກະສິກຳ ແລະນະວັດຕະກຳ, ຈະມີສຽງເວົ້າສະໜັບສະໜູນຫວຽດນາມ ໃນວິວັດການເຈລະຈາ; ພ້ອມກັນນັ້ນ, ສວມບົດບາດເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ເວົ້າລວມ ແລະກັບລັດ Kansas ເວົ້າສະເພາະ, ພິເສດແມ່ນໃນບັນດາຂົງເຂດທີ່ລັດ Kansas ມີທ່າແຮງ, ຄື: ກະສິກຳ, ການບິນ ແລະເຕັກໂນໂລຊີຊີວະພາບ.

ສ່ວນທ່ານ Roger Marshall ຕີລາຄາສູງຄວາມຈິງຈັງ, ເປັນເຈົ້າການ ແລະເຈດຕະນາດີຂອງຫວຽດນາມ ໃນການເຂົ້າຮ່ວມການເຈລະຈາກັບອາເມລິກາ, ທ່ານ ໃຫ້ຮູ້ວ່າ ຈະປຶກສາຫາລືກັບປະທານາທິບໍດີ ແລະບັນດາລັດຖະມົນຕີໃນຄະນະລັດຖະບານຂອງອາເມລິກາ ທີ່ກ່ຽວຂ້ອງເຖິງວິວັດການເຈລະຈາ ແລະຫວັງວ່າ ຈະໄດ້ຮັບໝາກຜົນທີ່ດີຈາກທັງສອງຝ່າຍ. ຄຽງຂ້າງນັ້ນ, ທ່ານ Roger Marshall ຍັງໄດ້ຕີລາຄາສູງຕໍ່ການເດີນທາງມາເຮັດວຽກຂອງທ່ານ ຫງວຽນຮົ່ງຢຽນ ແລະຖືວ່າ ການໄປປະຕິບັດງານຄັ້ງນີ້ຈະເປີດໂອກາດຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ